# ດ້ວຍສຸດໃຈຂອງເຈົ້າ ໃນນີ້ຄຳວ່າ "ຫົວໃຈ" ແມ່ນຕົວແທນໃຫ້ຄົນພາຍໃນ. ອາດແປໄດ້ອີກວ່າ: "ຄວາມເປັນທັງຫມົດຂອງເຈົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ຢ່າເພິ່ງພາຄວາມເຂົ້າໃຈຂອງຕົວເຈົ້າເອງ ນັກຂຽນເວົ້າກ່ຽວກັບການເພິ່ງພາຄວາມເຂົ້າໃຈຂອງຕົນເອງຄືກັບວ່າ "ຄວາມເຂົ້າໃຈ" ແມ່ນຈຸດປະສົງຫນຶ່ງທີ່ຄົນເຮົາສາມາດເຮັດໄດ້. ອາດແປໄດ້ອີກວ່າ: "ບໍ່ອີງໃສ່ຄວາມເຂົ້າໃຈຂອງທ່ານເອງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ໃນທຸກວິຖີທາງຂອງເຈົ້າ ນັກຂຽນເວົ້າເຖິງການກະທຳຂອງບຸກຄົນນັ້ນ ຄືກັບວ່າພວກເຂົາເປັນເສັ້ນທາງທີ່ຄົນຍ່າງໄປ. ອາດແປໄດ້ອີກວ່າ: "ໃນທຸກສິ່ງທີ່ເຈົ້າເຮັດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ພຣະອົງເອງຈະຊົງເຮັດໃຫ້ວິຖີຂອງເຈົ້າຊື່ຕົງ ນັກຂຽນກ່າວເຖິງ ພຣະຢາເວ ເຮັດໃຫ້ການກະທຳຂອງບຸກຄົນມີຄວາມຈະເລີນຮຸ່ງເຮືອງ ຄືກັບວ່າການກະທຳຂອງບຸກຄົນນັ້ນແມ່ນເສັ້ນທາງທີ່ລາວຍ່າງໄປ ແລະສິ່ງທີ່ພຣະຢາເວ ເຮັດໃຫ້ບໍ່ມີອຸປະສັກ. ອາດແປໄດ້ອີກວ່າ: "ລາວຈະໃຫ້ທ່ານປະສົບຜົນສຳເລັດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])