# ຂໍ້​ມູນ​ທົ່ວ​ໄປ: ປັນຍາສືບຕໍ່ເວົ້າ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-personification]]) # ຈົ່ງຫັນມາສົນໃຈ "ຟັງຢ່າງລະມັດລະວັງ" # ເຮົາຈະເທຄວາມຄິດຂອງເຮົາໃຫ້ເຈົ້າທັງຫລາຍ ສະຕິປັນຍາບອກປະຊາຊົນທຸກຢ່າງທີ່ນາງຄິດກ່ຽວກັບພວກເຂົາ ແມ່ນເວົ້າເຖິງຄວາມຄິດຂອງນາງເປັນຂອງແຫລວທີ່ນາງຈະຖອກອອກ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ເຮົາຈະໃຫ້ຖ້ອຍຄຳຂອງເຮົາຈະແຈ້ງແກ່ພວກເຈົ້າ ໃນນີ້ຄຳວ່າ "ຄຳເວົ້າ" ສະແດງເຖິງຄວາມຄິດ. ອາດແປໄດ້ອີກວ່າ: "ຂ້ອຍຈະບອກເຈົ້າວ່າຂ້ອຍຄິດແນວໃດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ເຮົາໄດ້ຍື່ນມືອອກ ປະໂຫຍກນີ້ແມ່ນສຳນວນທີ່ຫມາຍເຖິງການເອີ້ນຜູ້ໃດຜູ້ຫນຶ່ງ ຫລື ການເຊື້ອເຊີນບຸກຄົນທີ່ມາ. ອາດແປົໄດ້ອີກວ່າ: "ຂ້ອຍໄດ້ເຊີນເຈົ້າມາຫາຂ້ອຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]])