# ຂໍ້​ມູນ​ທົ່ວ​ໄປ: ຂໍ້ທີ 12-14 ຈົບຄຳເວົ້າທີ່ຈິນຕະນາການຂອງຄົນບາບທີ່ພະຍາຍາມຊັກຊວນຄົນອື່ນໃຫ້ເຮັດບາບ. # ໃຫ້ເຮົາກືນພວກເຂົາທັງເປັນ, ຄືແບບແດນຄົນຕາຍກືນເຂົາເຫລົ່ານັ້ນທີ່ຍັງມີສຸຂະພາບດີ ຄົນບາບເວົ້າເຖິງການຂ້າຄົນທີ່ບໍລິສຸດ ຄືກັບວ່າພວກເຂົາເປັນເຊໂອນ ແລະ ພວກເຂົາຈະເອົາຄົນທີ່ມີຊີວິດ ແລະ ສຸຂະພາບແຂງແຮງລົງໄປບ່ອນທີ່ຄົນຕາຍໄປ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ໃຫ້ເຮົາກືນກິນ...ຄືກັບເຊໂອນອອກໄປ ເລື່ອງນີ້ເວົ້າເຖິງຫລຸມຝັງສົບຄືກັບວ່າມັນເປັນຄົນທີ່ກືນກິນມະນຸດ ແລະ ນຳພວກເຂົາລົງໄປສູ່ບ່ອນຕາຍ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-personification]]) # ຄືແບບແດນຄົນຕາຍ ກືນເຂົາເຫລົ່ານັ້ນທີ່ຍັງມີສຸຂະພາບດີ ຄົນຊົ່ວຄາດຫວັງວ່າຈະທຳລາຍຜູ້ເຄາະຮ້າຍຂອງພວກເຂົາ ໃນວິທີດຽວກັນກັບເຊໂອນບ່ອນທີ່ຄົນຕາຍ, ຈະເອົາຄົນທີ່ມີສຸຂະພາບແຂງແຮງໄປນຳ. # ເຮັດໃຫ້ເຂົາຄືກັບຄົນເຫລົ່ານັ້ນທີ່ຕົກລົງໃນຂຸມນະລົກ ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນີ້ຫມາຍເຖິງນັກທ່ອງທ່ຽວທີ່ຕົກເຂົ້າໄປໃນຂຸມເລິກເຊິ່ງບໍ່ມີໃຜຈະພົບເຫັນພວກເຂົາ ຫລື 2) ຢູ່ທີ່ນີ້ "ຂຸມ" ແມ່ນອີກ ຄຳຫນຶ່ງທີ່ມີຄວາມຫມາຍ ວ່າເຊໂອນ ຫລື ສະຖານທີ່ທີ່ຄົນຕາຍໄປ. # ຈົ່ງມາຮ່ວມກັບພວກເຮົາ ນີ້ແມ່ນສຳນວນ. ອາດແປໄດ້ອີກວ່າ: "ເຂົ້າຮ່ວມກັບພວກເຮົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]]) # ເຮົາທຸກຄົນຈະມີຖົງເງີນດຽວກັນ ໃນນີ້ຄຳວ່າ "ກະເປົາເງິນ" ສະແດງເຖິງທຸກຢ່າງທີ່ພວກເຂົາລັກ. ອາດແປໄດ້ອີກວ່າ: "ພວກເຮົາຈະແບ່ງປັນທຸກຢ່າງທີ່ພວກເຮົາລັກມາຢ່າງເທົ່າທຽມກັນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ກະເປົາເງີນ ແມ່ນກະເປົາສຳຫລັບໃສ່ເງີນ