# ຈົ່ງຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າ ໃຫ້ແປຂໍ້ນີ້ເຊັ່ນດຽວກັບທີ່ແປໃນ 3:1. # ອົງພຣະຜູ້ເປັນເຈົ້າຊົງຢູ່ໃກ້ ຄວາມຫມາຍທີ່ເປັນໄປໄດ້ຄື 1) ພຣະເຢຊູອົງພຣະຜູ້ເປັນເຈົ້າຊົງຢູ່ໃກ້ຜູ້ເຊື່ອໃນພຣະວິນຍານ ຫລື 2)ວັນທີ່ພຣະເຢຊູອົງພຣະຜູ້ເປັນເຈົ້າຈະສະເດັດກັບມາຍັງໂລກໃກ້ມາແລັວ. # ທຸກສິ່ງດ້ວຍການພາວັນນາອະທິຖານ ດ້ວຍການອ້ອນວອນທູນຂໍ, ແລະ ດ້ວຍໃຈໂມທະນາຂອບພຣະຄຸນ, ໃຫ້ພຣະເຈົ້າຊົງຮູ້ການຮ້ອງຂໍຂອງພວກທ່ານ ''ຈົ່ງທູນຂໍພຣະເຈົ້າສຳຫລັບທຸກສິ່ງທີ່ທ່ານ,ຕ້ອງການດ້ວຍການອະທິຖານແລະການຂອບພຣະຄຸນ'' # ຊຶ່ງເກີນຄວາມເຂົ້າໃຈທັງຫມົດ ''ຊຶ່ງມີຫລາຍເກີນກວ່າທີ່ເຮົາຈະເຂົ້າໃຈໄດ້'' # ຈະເຝົ້າຮັກສາຈິດໃຈແລະຄວາມຄິດຂອງເຈົ້າທັງຫລາຍ ນີ້ສະແດງເຖິງສັນຕິສຸກຂອງພຣະເຈົ້າເຊັ່ນດຽວກັບທະຫານຜູ້ຊຶ່ງຄວບຄຸມອາລົມແລະຄວາມຄິດຂອງເຮົາຈາກຄວາມກະວົນກະວາຍ. ແປອີກຢ່າງວ່າ: ''ຈະເປັນເຫມືອນກັບທະຫານແລະຍາມປ້ອງກັນອາລົມແລະຄວາມຄິດຂອງທ່ານຈາກຄວາມກະວົນກະວາຍເລື້ອງບັນຫາຂອງຊີວິດນີ້'' (ເບິ່ງ: [[rc://*/ta/man/translate/figs-personification]] ແລະ [[rc://*/ta/man/translate/figs-explicit]])