# ຄຳເຊື່ອມຕໍ່: ໂປໂລເຊີນຊວນຜູ້ເຊື່ອໃນເມືອງຟີລິບປອຍໄດ້ຕິດຕາມຕົວຢ່າງຂອງທ່ານໃນປະຈຸບັນເພາະວ່າສະຫວັນແລະຮ່າງກາຍໃຫມ່ທີ່ລໍຖ້າຜູ້ເຊື່ອທັງຫລາຍ. ທ່ານເວົ້າວ່າທ່ານເຮັດວຽກຫນັກເທົ່າທີ່ທ່ານເຮັດເພື່ອທີ່ ທ່ານຈະເຫມືອນພຣະຄຣິດ,ທ່ານຮູ້ວ່າພຣະເຈົ້າຊົງອະນຸຍາດໃຫ້ທ່ານມີຊີີວິດນິຣັນໃນສະຫວັນ ເຫມືອນກັບທ່ານເປັນນັກກິລາທີ່ແຂ່ງກັນເຂົ້າເສັ້ນໄຊ. # ໄດ້ຮັບສິ່ງເຫລົ່ານີ້ແລັວ ສິ່ງເຫລົ່ານີ້ລວມເຖິງຮູ້ຈັກພຣະຄຣິດ, ຮູ້ຈັກຣິດອຳນາດການຟື້ນຄືນພຣະຊົນ, ແບ່ງປັນຄວາມທຸກຍາກຂອງພຣະຄຣິດແລະການຮ່ວມເຂົ້າກັບພຣະຄຣິດໃນຄວາມຕາຍແລະການຟື້ນຄືນພຣະຊົນ (3:8). # ດັ່ງທີ່ຂ້າພະເຈົ້າຍັງບໍ່ສົມບູນ ''ດັ່ງທີ່ຂ້າພະເຈົ້າຍັງບໍ່ສົມບູນ'' ຫລື ''ດັ່ງທີ່ຂ້າພະເຈົ້າຍັງບໍ່ເຕີບໂຕເຕັມທີ່'' # ແຕ່ຂ້າພະເຈົ້າກຳລັງບາກບັ່ນມຸ່ງຫນ້າໄປ ''ແຕ່ຂ້າພະເຈົ້າຈະພະຍາຍາມຕໍ່ໄປ'' (UDB) # ຂ້າພະເຈົ້າໄດ້ຮັບໄວ້ ''ຂ້າພະເຈົ້າອາດຈະໄດ້ຮັບສິ່ງເຫລົ່ານີ້'' # ເຫມືອນພຣະເຢຊູຄຣິດໄດ້ຊົງຮັບເຮົາໄວ້ເປັນຂອງພຣະອົງແລັວ ນີ້ສາມາດເປັນຮູບແບບການປະກອບ. ແປອີກຢ່າງວ່າ: ''ເພາະວ່ານັ້ນເປັນເຫດຜົນວ່າເປັນຫຍັງພຣະເຢຊູປະກາດວ່າຂ້າພະເຈົ້າເປັນຂອງພຣະອົງ'' (ເບິ່ງ: [[rc://*/ta/man/translate/figs-activepassive]]|Active or Passive) # ພີ່ນ້ອງທັງຫລາຍ ໃຫ້ແປນີ້ເຫມືອນທີ່ແປໃນ 1:12. # ຂ້າພະເຈົ້າບໍ່ຖືວ່າຂ້າພະເຈົ້າໄດ້ຮັບໄວ້ແລັວ ''ສິ່ງທັງຫມົດນີ້ຍັງບໍ່ເປັນຂອງຂ້າພະເຈົ້າ'' # ຂ້າພະເຈົ້າຄືລືມສິ່ງເຫລົ່ານັ້ນທີ່ຜ່ານພົ້ນໄປແລັວເສຍ ແລະໂນ້ມຕົວອອກໄປຫາສິ່ງທັງຫລາຍທີ່ຢູ່ເບື້ອງໜ້າ ເຊັ່ນດຽວ ກັບນັກກິລາແລ່ນແຂ່ງ ທີ່ຈະບໍ່ເປັນຫວ່ງສ່ວນອື່ນໃນການແລ່ນແຂ່ງຂັນທີ່ຈົບໄປແລັວ ແຕ່ສົນໃຈໃນສ່ວນທີ່ຢູ່ທາງຫນ້າ, ໂປໂລເວົ້າເຖິງງານດ້ານສາສະຫນາເພື່ອຄວາມຊອບທັມຂອງທ່ານແລະສົນໃຈໃນການແຂ່ງຂັນໃນຊີວິດແລະໃນພຣະຄຣິດໄດ້ໄວ້ວາງຕໍ່ຫນ້າທ່ານເພື່ອເຮັດໃຫ້ສົມບູນ. ແປອີກຢ່າງວ່າ: ''ຂ້າພະເຈົ້າບໍ່ສົນໃຈວ່າ ຂ້າພະເຈົ້າໄດ້ເຄີຍເຮັດສິ່ງໃດໃນອະດີດ''(ເບິ່ງ: [[rc://*/ta/man/translate/figs-metaphor]]|Metaphor) # ຂ້າພະເຈົ້າບາກບັ່ນມຸ່ງຫນ້າໄປສູ່ຫລັກໄຊເພື່ອຈະໄດ້ຮັບລາງວັນຄືຊີວິດ ເຊິ່ງພຣະເຈົ້າໄດ້ຊົງເອີ້ນເອົາໃນພຣະເຢຊູຄຣິດ ໂປໂລໄດ້ປຽບທຽບຕໍ່ໄປ ວ່ານັກແລ່ນໄດ້ແລ່ນໄປຂ້າງຫນ້າເພື່ອຊະນະໃນການແຂ່ງຂັນ ໂປໂລໄດ້ໂນ້ມ ໄປທາງຫນ້າໃນການຮັບໃຊ້ແລະເດີນຢູ່ໃນການເຊື່ອຟັງພຣະຄຣິດ. ແປອີກຢ່າງວ່າ: ''ຂ້າພະເຈົ້າເຊື່ອໃນພຣະຄຣິດຕໍ່ໄປ, ເພື່ອວ່າຂ້າພະເຈົ້າອາດຈະໄດ້ເປັນຂອງພຣະອົງ,ແລະ ພຣະເຈົ້າອາດຈະເອີ້ນຂ້າພະເຈົ້າໄປຫາພຣະອົງພາຍຫລັງທີ່ຂ້າພະເຈົ້າຕາຍແລັວ" (ເບິ່ງ: [[rc://*/ta/man/translate/figs-metaphor]]|Metaphor) # ໃຫ້ຂຶ້ນໄປຮັບຢູ່ເບື້ອງເທິງ ຄວາມຫມາຍທີ່ເປັນໄປໄດ້ຄືໂປໂລເວົ້າເຖິງການມີຊີວິດນິຣັນດອນກັບພຣະເຈົ້າເປັນເຫມືອນພຣະເຈົ້າຊົງເອີ້ນໂປໂລໃຫ້ຂຶ້ນໄປ 1) ຍັງສະຫວັນເຊັ່ນດຽວກັບທີ່ພຣະເຢຊູໄດ້ຊົງກະທຳ ຫລື 2) ກ້າວຂຶ້ນໄປເທິງເວທີທີ່ຊຶ່ງພວກທີ່ຊະນະການແຂ່ງຂັນຈະໄດ້ຮັບລາງວັນ, ເປັນຄຳອຸປະມາສຳຫລັບການພົບພຣະເຈົ້າຫນ້າຕໍ່ໜ້າແລະໄດ້ຮັບຊີວິດນິຣັນດອນ. (ເບິ່ງ: [[rc://*/ta/man/translate/figs-metaphor]]|Metaphor)