# ທີ່ຈິງແລ້ວ ''ທີ່ຈິງແລັວ'' ຫລື ''ຄວາມຈິງແລັວ'' # ຂ້າພະເຈົ້າຖືວ່າ ຄຳວ່າ ''ບັດນີ້'' ໄດ້ຢໍ້າວ່າໂປໂລໄດ້ປ່ຽນແປງຢ່າງໃດຕັ້ງແຕ່ທ່ານໄດ້ອອກຈາກເປັນຟາຣິຊາຍແລະກາຍເປັນຜູ້ເຊື່ອໃນພຣະຄຣິດ. ແປອີກຢ່າງວ່າ: ''ບັດນີ້ຂ້າພະເຈົ້າເຊື່ອຫມັ້ນໃນພຣະຄຣິດ, ຂ້າພະເຈົ້ານັບວ່າ (ເບິ່ງ: [[rc://*/ta/man/translate/figs-explicit]]) # ທຸກສິ່ງເປັນຂອງໄຮ້ປະໂຫຍດ ໂປໂລກຳລັງເວົ້າຕໍໍ່ໄປເຖິງຄຳອຸປະມາການດຳເນີນທຸລະກິດຈາກ 3:6, ກ່າວວ່າມັນບໍ່ມີຄ່າເລີຍທີ່ຈະເຊື່ອໃນສິ່ງອື່ນໃດນອກຈາກພຣະຄຣິດ. ''ຂ້າພະເຈົ້າຖືວ່າທຸກສິ່ງໄຮ້ຄ່າ'' (ເບິ່ງ: [[rc://*/ta/man/translate/figs-metaphor]]) # ເພາະເຫັນແກ່ສິ່ງທີ່ມີຄຸນຄ່າຫລາຍເຫລືອລົ້ນກວ່ານັ້ນອີກຄືການຮູ້ເຖິງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ ''ເພາະເຫດວ່າການຮູ້ຈັກອົງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າມີຄຸນຄ່າຢ່າງຫລວງຫລາຍ'' # ເພື່ອພຣະອົງນັ້ນເຮົາຈຶງຍອມສະຫລະທຸກສິ່ງ ''ເພາະພຣະອົງຂ້າພະເຈົ້າຍິນດີທີ່ຈະຖິ້ມທຸກສິ່ງໄປເລີຍ'' # ໂຍນຖິ້ມ ໃຫ້ໃຊ້ຄຳທົ່ວໄປສຳຫລັບການຖິ້ມສິ່ງຂອງທີ່ບໍ່ຕ້ອງການໄປຈາກທ່ານຕະຫລອດໄປ. # ຂ້າພະເຈົ້າຖືວ່າສິ່ງເຫລົ່ານັ້ນເປັນເຫມືອນຂີ້ເຫຍື້ອ ໂປໂລເວົ້າເຖິງສິ່ງຂອງຕ່າງໆ ທີ່ບຸກຄົນອາດຈະເຊື່ອເປັນເຫມືອນກັບສິ່ງນັ້ນເປັນຂີ້ເຫຍື້ອທີ່ຕ້ອງຖິ້ມ ທ່ານກຳລັງຢໍ້າວ່າພວກນັ້ນໄຮ້ປະໂຫຍດຢ່າງໃດ. ແປອີກຢ່າງວ່າ: ''ຂ້າພະເຈົ້າຄິດເຖິງສິ່ງເຫລົ່ານັ້ນເຫມືອນກັບຂີ້ເຫຍື້ອ'' (ເບິ່ງ: [[rc://*/ta/man/translate/figs-metaphor]]) # ເພື່ອວ່າຂ້າພະເຈົ້າຈະໄດ້ຮັບພຣະຄຣິດ ''ດັ່ງນັ້ນຂ້າພະເຈົ້າອາດໄດ້ພຣະຄຣິດເທົ່ານັ້ນ'' # ແລະປາກົດວ່າຢູ່ໃນພຣະອົງ ວະລີ ''ປາກົດ'' ເປັນສຳນວນທີ່ຢໍ້າຄວາມຄິດເລື່ອງ ''ເປັນ.'' ແປອີກຢ່າງວ່າ: ''ແລະໄດ້ຮ່ວມກັບພຣະຄຣິດ'' (ເບິ່ງ: [[rc://*/ta/man/translate/figs-idiom]]) # ຂ້າພະເຈົ້າບໍໍ່ມີຄວາມຊອບທັມໃນຂ້າພຣະເຈົ້າເອງຊຶ່ງໄດ້ມາໂດຍກົດບັນຍັດ ''ຂ້າພຣະເຈົ້າບໍ່ໄດ້ພະຍາຍາມທີ່ຈະເຮັດໃຫ້ເປັນທີພໍພຣະທັຍພຣະເຈົ້າໂດຍຕົວຂ້າພະເຈົ້າເອງໂດຍການເຊື່ອຟັງກົດບັນຍັດ'' # ຣິດອຳນາດອັນປາກົດ ໃນການທີ່ພຣະອົງຊົງຄືນພຣະຊົນ ''ຣິດອຳນາດທີ່ໃຫ້ເຮົາມີຊີວິດ'' # ຮ່ວມທຸກກັບພຣະອົງ ''ທົນທຸກເຊັ່ນທີ່ພຣະອົງຊົງທົນທຸກ, ເຊັ່ນທີ່ເຮົາທົນທຸກໃນສິ່ງດຽວກັນແລະໃນເວລາດຽວກັນ'' (ເບິ່ງ: [[rc://*/ta/man/translate/figs-metaphor]]) # ຂ້າພຣະເຈົ້າປາຖະຫນາຈະໄດ້ຮັບການປ່ຽນແປງໃຫ້ເປັນເຫມືອນພຣະອົງໃນຄວາມຕາຍຂອງພຣະອົງ ຄວາມຫມາຍທີ່ເປັນໄປໄດ້ຄື1) ໂປໂລຕ້ອງການໃຫ້ພຣະຄຣິດປ່ຽນແປງທ່ານເພື່ອວ່າທ່ານຈະໄດ້ຕາຍເຫມືອນກັບທີ່ພຣະຄຣິດຊົງສິ້ນພຣະຊົນ ຫລື 2) ທ່ານຕ້ອງການຄວາມປາຖະຫນາຈະເຮັດໃຫ້ບາບຂອງທ່ານໄດ້ຕາຍເຫມືອນຄວາມຕາຍທີ່ພຣະເຢຊູໄດ້ຊົງສິ້ນພຣະຊົນມາກ່ອນທີ່ພຣະອົງຈະຊົງຄືນພຣະຊົນ. (ເບິ່ງ: [[rc://*/ta/man/translate/figs-activepassive]] ແລະ [[rc://*/ta/man/translate/figs-metonymy]]) # ເພື່ອຖ້າເປັນໄປໄດ້ຂ້າພະເຈົ້າກໍໍ່ຈະໄດ້ເປັນຂຶ້ນມາຈາກຄວາມຕາຍດ້ວຍ ຄຳວ່າ ''ດ້ວຍເຫດໃດ'' ຫມາຍຄວາມວ່າໂປໂລ ບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນທ່ານໃນຊີວິດນີ້, ແຕ່ບໍ່ວ່າຈະມີຫຍັງເກີດຂຶ້ນ, ມັນຈະມີຜົນໃນຊີວິດນິຣັນ. ''ດັ່ງນັ້ນ ບໍ່ວ່າຈະເກີດຫຍັງຂຶ້ນກໍ່ຕາມກັບຂ້າພະເຈົ້າດຽວນີ້, ຂ້າພະເຈົ້າຈະກັບມາມີຊີວິດອີກຄັ້ງຫລັງຈາກທີ່ຂ້າພະເຈົ້າໄດ້ຕາຍແລັວ''