# ຄວາມທຸກໃຈຂອງຂ້າພະເຈົ້າຈະເບົາບາງລົງ ''ຂ້າພະເຈົ້າມີຄວາມທຸກໃຈນ້ອຍລົງ'' ຫລື ''ຂ້າພະເຈົ້າບໍ່ກັງວົນເທົ່າທີ່ຂ້າພະເຈົ້າເຄີຍເປັນມາກ່ອນ'' # ຈົ່ງຕ້ອນຮັບເອປາໂຟດີໂຕ ''ຈົ່ງຍິນດີຕ້ອນຮັບເອປາໂຟດີໂຕ'' # ໃນອົງພຣະຜູ້ເປັນເຈົ້າດ້ວຍຄວາມຊື່ນຊົມຍິນດີ ''ໃນຖານະທີ່ເປັນເພື່ອນຜູ້ເຊື່ອໃນອົງພຣະຜູ້ເປັນເຈົ້າດ້ວຍຄວາມຍິນດີທຸກຢ່າງ'' ຫລື ''ດ້ວຍຄວາມຊື່ນຊົມຍິນດີທີ່ຍິ່ງໃຫ່ຍທີເຮົາມີເພາະພຣະເຢຊູອົງພຣະຜູ້ເປັນເຈົ້າຊົງຮັກພວກເຮົາ" # ເພິ່ນໄດ້ສ່ຽງຊີວິດເກືອບຕາຍ ໃນທີ່ນີ້ໂປໂລໄດ້ເວົ້າເຖິງຄວາມຕາຍຄືກັບເປັນສະຖານທີ່ທີ່ຄົນເຮົາສາມາດໄປໄດ້. (ເບິ່ງ: [[rc://*/ta/man/translate/figs-metaphor]]) # ເຮັດຫນ້າທີ່ບົວລະບັດຮັບໃຊ້ເຮົາຕາງພວກເຈົ້າທີ່ບໍ່ສາມາດເຮັດໄດ້ ໂປໂລເວົ້າເຖິງສິ່ງຈຳເປັນຂອງທ່ານຄືກັບສິ່ງເຫລົ່ານັ້ນເປັນພາຊະນະທີເອປາໂຟດີໂຕເຕີມໃຫ້ເຕັມດ້ວຍສິ່ງທີ່ດີສຳລັບໂປໂລ. (ເບິ່ງ: [[rc://*/ta/man/translate/figs-metaphor]])