# ຄຳເຊື່ອມຕໍ່: ໂປໂລໃຫ້ຄຳແນະນຳພວກຜູ້ເຊື່ອໃຫ້ມີເອກະພາບແລະການອອຍໃຈແລະເຕືອນຄວາມຈຳພວກເຂົາເລື່ອງຕົວຢ່າງຂອງພຣະຄຣິດ. # ຖ້າມີການຊູໃຈໃນພຣະຄຣິດ ''ນັ້ນພຣະເຢຊູຄຣິດຊົງຫນູນໃຈທ່ານ'' # ຖ້າມີການເລົ້າໂລມໃຈຈາກຄວາມຮັກຂອງພຣະອົງ ''ນັ້ນຄວາມຮັກຂອງພຣະອົງເລົ້າໂລມໃຈທ່ານ'' # ຖ້າມີການສາມະຄີທັມໃນພຣະວິນຍານ ''ນັ້ນພວກທ່ານມີສາມະຄີທັມກັບພຣະວິນຍານ'' # ຖ້າມີການເມດຕາເອັນດູ ແລະຄວາມເຫັນອົກເຫັນໃຈ ''ນັ້ນພວກທ່ານມີປະສົບການຂອງພຣະເຈົ້າ ຫລາຍຢ່າງທາງຄວາມເມດຕາເອັນດູແລະຄວາມເຫັນອົກເຫັນໃຈ'' # ຈົ່ງເຮັດໃຫ້ຄວາມຍິນດີຂອງຂ້າພະເຈົ້າຄົບເຕັມດ້ວຍ ໃນທີ່ນີ້ໂປໂລເວົ້າເຖິງຄວາມຍິນດີຄືກັບວ່າຂອງເເຫລວທີ່ເຕີມເຕັມໃນພາຊະນະ. ແປອີກຢ່າງວ່າ: ''ເຮັດໃຫ້ຂ້າພະເຈົ້າຍິນດີຢ່າງຍິ່ງ" (ເບິ່ງ: [[rc://*/ta/man/translate/figs-metaphor]])