# ຂໍ້ມູນເຊື່ອມຕໍ່: ໂປໂລອະທິຖານເພື່ອຜູ້ເຊື່ອໃນເມືອງຟີລິບປອຍ ແລະເວົ້າເຖິງຄວາມຍິນດີທີ່ມີໃນການທົນທຸກເພື່ອອົງພຣະຜູ້ເປັັນເຈົ້າ. # ຄວາມຮັກຂອງພວກທ່ານຈະເລີນໃຫຍ່ຂື້ນ ໂປໂລເວົ້າເຖິງຄວາມຮັກເຫມືອນກັບສິ່ງຂອງທີ່ປະຊາຊົນສາມາດໄດ້ຮັບຫລາຍຂຶ້ນ. ແປອີກຢ່າງຫນຶ່ງວ່າ: ອາດຈະເພີ່ມພູນ" (ເບິ່ງ: [[rc://*/ta/man/translate/figs-metaphor]]) # ໃນຄວາມຮູ້ແລະຄວາມເຂົ້າໃຈທັງຫມົດ ໃນທີ່ນີ້ ''ຄວາມເຂົ້າໃຈ'' ຫມາຍຄວາມກ່ຽວກັບພຣະເຈົ້າ ແລະສາມາດເຮັດໃຫ້ຊັດເຈນໄດ້. ແປອີກຢ່າງຫນຶ່ງວ່າ:ດັ່ງທີ່ທ່ານໄດ້ຮູ້ແລະເຂົ້າໃຈຊັດເຈນຫລາຍຍິ່ງຂຶ້ນວ່າອັນໃດເປັນທີ່ພໍພຣະທັຍພຣະເຈົ້າ(ເບິ່ງ: [[rc://*/ta/man/translate/figs-explicit]]) # ທົດສອບ ນີ້ຫມາຍເຖິງການກວດສອບສິ່ງຕ່າງໆແລະຮັບສະເພາະສິ່ງທີ່ດີ.ແປອີກຢ່າງວ່າ:''ກວດສອບແລະເລືອກ'' # ສິ່ງທີ່ດີທີ່ສຸດ ''ສິ່ງທີ່ເປັນທີ່ພໍພຣະທັຍພຣະເຈົ້າທີ່ສຸດ'' # ຈິງໃຈແລະບໍ່ມີທີ່ຕິຕຽນ ຄຳວ່າ ''ຈິງໃຈ'' ແລະ ''ບໍ່ມີທີຕິຕຽນ'' ມີຄວາມຫມາຍເຫມືອນກັນ ໂປໂລເຊື່ອມສອງຄຳນີ້ເພື່ອຢໍ້າຄວາມບໍຣິສຸດທາງດ້ານສິລະທັມ.ແປອີກຢ່າງວ່າ: :ບໍ່ມີທີ່ຕິຕຽນສົມບູນແບບ'' (ເບິ່ງ: [[rc://*/ta/man/translate/figs-doublet]]) # ທ່ານຈະເຕັມລົ້ນ ໂປໂລກຳລັງເວົ້າເຖິງຜູ້ເຊື່ອທຸກຄົນເປັນເຫມືອນວ່າພວກເຂົາເປັນພາຊະນະທີ່ສາມາດເອົາຫມາກໄມ້ໃສ່ເຂົ້າໄປ. ແປອີກຢ່າງວ່າ: ''ນີ້ເປັນດັ່ງທີ່ພຣະເຢຊູຄຣິດຈະເຮັດໃຫ້ທ່ານເຊື່ອຟັງຫລາຍຍິ່ງຂຶ້ນໄປ" (ເບິ່ງ: [[rc://*/ta/man/translate/figs-activepassive]] and [[rc://*/ta/man/translate/figs-metaphor]]) # ເຕັມລົ້ນໄປດ້ວຍຜົນແຫ່ງຄວາມຊອບທັມທີ່ຜ່ານມາ ການກະທຳທີ່ດີຂອງຜູ້ເຊື່ອທີ່ພຣະເຈົ້າໄດ້ປະກາດ ໃຫ້ເປັນທີ່ພໍພຣະທັຍຂອງພຣະເຈົ້າເຊັ່ນດຽວກັບຫມາກໄມ້ທີ່ເຕີບໂຕເທິງຕົ້ນໄມ້ມີລົດຫວານແກ່ຜູ້ທີ່ກິນມັນ. ແປອີກຢ່າງວ່າ: ''ສາມາດເຮັດໃຫ້ເປັນທີ່ພໍພຣະທັຍພຣະເຈົ້າແລະປະຊາຊົນຄົນອື່ນໆ ໂດຍທາງທີ່ທ່ານດຳລົງຊີວິດທີ່ພຣະເຈົ້າໄດ້ອະພັຍບາບຂອງທ່ານ'' (ເບິ່ງ: [[rc://*/ta/man/translate/figs-metaphor]]) # ເພື່ອເປັນການຖວາຍກຽດແລະສັນລະເສີນພຣະເຈົ້າ ຄວາມຫມາຍທີ່ເປັນໄປໄດ້ທີ1) ''ແລັວປະຊາຊົນຄົນອື່ນໆ ຈະເຫັນວ່າທ່ານຖວາຍກຽດແດ່ພຣະເຈົ້າ'' ຫລື2)''ປະຊາຊົນຈະສົນລະເສີນແລະຖວາຍກຽຕແດ່ພຣະເຈົ້າເພາະສິ່ງດີພວກເຂົາໄດ້ເຫັນທີ່ທ່ານເຮັດ'' ຄຳແປທັງສອງນີ້ອາດຈະ ຕ້ອງການເຮັດໃຫ້ເປັນປະໂຫຍກໃຫມ່.