# ຂໍ້​ມູນ​ທົ່ວ​ໄປ: ນີ້ແມ່ນຈຸດເລີ່ມຕົ້ນຂອງພາກໃຫມ່ ຂອງບົດເລື່ອງທີ່ເລົ່າສູ່ຟັງໃນເວລາ 17:26, ເຊິ່ງນັກຂຽນບອກເຖິງການຕໍ່ຕ້ານຢ່າງຕໍ່ເນື່ອງຕໍ່ການປະຕິບັດແລະການສັ່ງສອນຂອງພຣະເຢຊູກ່ຽວກັບອານາຈັກສະຫວັນ. ໃນທີ່ນີ້, ປະຊາຊົນໃນເມືອງຂອງພຣະເຢຊູປະຕິເສດພຣະອົງ. # ພາກພື້ນຂອງຕົນເອງ "ບ້ານເກີດຂອງລາວ." ນີ້ຫມາຍເຖິງເມືອງນາຊາເຣັດບ່ອນທີ່ພຣະເຢຊູເຕີບໃຫຍ່. (ເບິ່ງ: [[rc://*/ta/man/translate/figs-explicit]]) # ໃນ ທັມະສາລາຂອງພວກເຂົາ ຄຳນາມທີ່ວ່າ "ຂອງພວກເຂົາ" ແມ່ນອ້າງອີງເຖິງປະຊາຊົນໃນຂົງເຂດ. # ພວກເຂົາປະຫລາດໃຈຫລາຍ "ພວກເຂົາປະຫລາດໃຈຫລາຍ" # ຊາຍຄົນນີ້ເອົາສະຕິປັນຍາແລະສິ່ງມະຫັສະຈັນເຫລົ່ານີ້ມາຈາກໃສ? "ຄົນທຳມະດາສາມັນແບບນີ້ຈະສະຫລາດແລະເຮັດການອັສະຈັນທີ່ຍິ່ງໃຫຍ່ແບບນີ້ໄດ້ແນວໃດ?" # ຊາຍຄົນນີ້ບໍ່ແມ່ນລູກຂອງຊ່າງໄມ້ບໍ? ແມ່ຂອງລາວຊື່ວ່າມາຣີບໍ? ອ້າຍຂອງລາວຊື່ຢາໂກໂບ, ໂຢເຊບ, ຊີໂມນແລະຢູດາແມ່ນບໍ? ເອື້ອຍນ້ອງທັງຫມົດ ຂອງລາວຢູ່ກັບພວກເຮົາບໍ່ແມ່ນບໍ? ລາວໄດ້ຮັບສິ່ງທັງຫມົດນີ້ມາຈາກໃສ? " ຝູງຊົນໃຊ້ ຄຳຖາມຊຸດນີ້ເພື່ອສະແດງຄວາມແປກໃຈຂອງພວກເຂົາວ່າບຸກຄົນທຳມະດາຈາກພາກພື້ນຂອງພວກເຂົາສາມາດເຮັດສິ່ງທັງຫມົດນີ້ໄດ້. ອາດແປໄດ້ວ່າ: "ພຣະເຢຊູເປັນພຽງລູກຊາຍຂອງຊ່າງໄມ້. ພວກເຮົາຮູ້ຈັກແມ່ຂອງລາວຊື່ວ່ານາງມາຣີ. (ເບິ່ງ: [[rc://*/ta/man/translate/figs-rquestion]]) # ລູກຊາຍຂອງຊ່າງໄມ້ ຊ່າງໄມ້ແມ່ນຜູ້ທີ່ເຮັດສິ່ງຂອງດ້ວຍໄມ້ຫລືຫີນ. ຖ້າວ່າ "ຊ່າງໄມ້" ບໍ່ຮູ້, "ຜູ້ກໍ່ສ້າງ" ສາມາດໃຊ້ໄດ້.