# ເອລີອາກິມ ... ຮິນກິຢາ ... ເຊັບນາ ແປຊື່ຂອງຜູ້ຊາຍເຫລົ່ານີ້ຄືກັນກັບທີ່ທ່ານໄດ້ແປໃນ 22:20. # ເຊັບນາ ແປຊື່ຂອງຊາຍຄົນນີ້ຄືກັນກັບທີ່ທ່ານໄດ້ແປໃນ 22:15. # ໂຢອາ ... ຫົວຫນ້າຜູ້ບັນຊາການທະຫານ ແປຊື່ຂອງຊາຍຄົນນີ້ແລະປະໂຫຍກທີ່ວ່າ "ຫົວໜ້າຜູ້ບັນຊາການທະຫານ" ຄືກັນກັບທີ່ທ່ານໄດ້ແປໃນ 36: 1. # "ກະລຸນາເວົ້າກັບພວກຜູ້ຮັບໃຊ້ຂອງທ່ານ ເອລີອາກິມ, ເຊັບນາ, ໂຢອາຫມາຍເຖິງຕົນເອງເປັນຜູ້ຮັບໃຊ້ຂອງຫົວຫນ້າຜູ້ບັນຊາການທະຫານ. ນີ້ແມ່ນວິທີທີ່ສຸພາບເພື່ອເວົ້າກັບຜູ້ທີ່ມີສິດອຳນາດສູງກວ່າ. # ພາສາອາຣາມຽນ, ອາຣາມິກ "ອາຣາມຽນ" ແມ່ນຊື່ຂອງກຸ່ມຄົນ. "ອາຣາມິກ" ແມ່ນຊື່ພາສາຂອງພວກເຂົາ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-names]]) # ໃຫ້ເຂົ້າຫູປະຊາຊົນທີ່ຢູ່ເທິງກຳແພງ ສໍານວນ "ເວົ້າໃຫ້ເຂົ້າຫູຂອງຜູ້ໃດຜູ້ຫນຶ່ງ" ຫມາຍຄວາມວ່າເວົ້າໃນບ່ອນທີ່ພວກເຂົາສາມາດໄດ້ຍິນທ່ານ. ອາດແປໄດ້ອີກວ່າ: "ບ່ອນທີ່ປະຊາຊົນຜູ້ທີ່ຢູ່ເທິງກຳແພງອາດຈະໄດ້ຍິນພວກເຮົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]]) # ຜູ້ທີ່ຢູ່ເທິງກຳແພງ ນີ້ຫມາຍຄວາມວ່າພວກເຂົາກຳລັງຢືນຢູ່ເທິງກຳແພງ. ດ້ານເທິງຂອງກຳແພງກວ້າງ ແລະເປັນບ່ອນທີ່ຄົນສາມາດນັ່ງຫລືຢືນໄດ້. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດລະບຸໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ຜູ້ທີ່ຢືນຢູ່ເທິງກໍາແພງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]]) # ເຈົ້ານາຍຂອງຂ້ອຍໄດ້ສົ່ງຂ້ອຍມາຫາເຈົ້ານາຍຂອງເຈົ້າ ແລະ ເຈົ້າເພື່ອຈະເວົ້າຖ້ອຍຄຳນີ້ບໍ່? ຫົວຫນ້າບັນຊາການທະຫານໃຊ້ຄຳຖາມນີ້ ເພື່ອເນັ້ນວ່າຂ່າວສານຂອງເພິ່ນແມ່ນສຳລັບປະຊາຊົນຢູດາທັງຫມົດ. ຄຳຖາມນີ້ອາດຈະຂຽນເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ແນ່ນອນ, ເຈົ້ານາຍຂອງຂ້ອຍໄດ້ສົ່ງຂ້ອຍມາເວົ້າຂໍ້ຄວາມນີ້ກັບເຈົ້າ ແລະທຸກຄົນທີ່ໄດ້ຍິນ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]]) # ພະອົງບໍ່ໄດ້ສົ່ງຂ້ອຍມາຫາພວກຄົນທີ່ນັ່ງຢູ່ເທິງກຳແພງ, ຜູ້ທີ່ຈະຕ້ອງ ... ເຈົ້າບໍ? ຫົວຫນ້າບັນຊາການທະຫານໃຊ້ຄຳຖາມນີ້ເພື່ອເນັ້ນໃສ່ການດູຖູກຂອງລາວ. ສິ່ງນີ້ສາມາດຂຽນເປັນປະໂຫຍກໄດ້. ອາດແປໄດ້ອີກວ່າ: "ເຈົ້ານາຍຂອງຂ້ອຍໄດ້ສົ່ງຂ້ອຍໄປຫາທຸກໆຄົນທີ່ໄດ້ຍິນເລື່ອງນີ້, ຜູ້ທີ່ຈະຕ້ອງ ... ເຈົ້າ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]]) # ທີ່ຈະຕ້ອງກິນຂີ້ ແລະກິນຍ່ຽວຂອງພວກເຂົາເອງພ້ອມກັບເຈົ້າ. ນີ້ແມ່ນຄຳເວົ້າຫນ້າລັງກຽດທີ່ສຸດ. ລາວກຳລັງຫມາຍເຖິງວ່າພວກເຂົາຈະຕ້ອງກິນສິ່ງເຫລົ່ານີ້ເພາະວ່າພວກເຂົາຈະບໍ່ມີຫຍັງກິນເພາະວ່າເມືອງຂອງພວກເຂົາຈະຖືກໂຈມຕີ. ຄວາມຫມາຍເຕັມຂອງຄຳເວົ້ານີ້ສາມາດລະບຸໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ໃນໄວໆນີ້ຈະຕ້ອງກິນຂີ້ ແລະກິນຍ່ຽວຂອງພວກເຂົາເອງຄືກັນກັບທ່ານ, ເພາະວ່າທ່ານຈະບໍ່ມີຫຍັງກິນອີກ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]])