# ຄົນເອຢິບຈະເປັນເຫມືອນກັບພວກຜູ້ຍິງ ນີ້ເຫນັ້ນຫນັກວ່າ ປະຊາຊົນເອຢິບຈະຢ້ານກົວ ແລະ ບໍ່ມີຄວາມຫວັງ ເມື່ອພຣະເຈົ້າຈະລົງໂທດພວກເຂົາ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]]) # ເພາະມືທີ່ໄດ້ຍົກຂຶ້ນແລ້ວຂອງພຣະຢາເວຈອມໂຢທາ ທີ່ພຣະອົງຊົງຍົກຂຶ້ນເຫນືອພວກເຂົາ ທີ່ນີ້ "ມື" ຫມາຍເຖິງຣິດອຳນາດຂອງພຣະເຈົ້າ, ແລະ ຍົກມືຕໍ່ສູ້ພວກເຂົາ ເປັນຕົວແທນເຖິງການລົງໂທດ. ອາດແປໄດ້ອີກວ່າ: "ເພາະພຣະຢາເວຈອມໂຍທາ ໄດ້ຍົກມືອັນຊົງຣິດອຳນາດຍິ່ງໃຫຍ່ ເພື່ອລົງໂທດພວກເຂົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-metaphor]]) # ແຜ່ນດິນຢູດາຈະກາຍເປັນເຫດໃຫ້ຄົນເອຢິບໂຊເຊ "ແຜ່ນດິນຢູດາ" ແລະ "ເອຢິບ" ຫມາຍເຖິງປະຊາຊົນໃນສະຖານທີ່ເຫລົ່ານີ້, ຊາວເອຢິບທັງຫລາຍຈະໂຊເຊ ເພາະວ່າພວກເຂົາຢ້ານກົວ. ອາດແປໄດ້ອີກວ່າ: "ປະຊາຊົນຢູດາຈະເຮັດໃຫ້ຊາວເອຢິບທັງຫລາຍໂຊເຊ" ຫລື "ປະຊາຊົນຢູດາຈະເປັນເຫດໃຫ້ຊາວເອຢິບທັງຫລາຍ ຢ້ານກົວຢ່າງຮຸນແຮງຫລາຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ເມື່ອຄົນໃດກໍຕາມໄດ້ລະນຶກເຖິງພວກເຂົາໃນຊົນຊາດນັ້ນ, ພວກເຂົາກໍຈະຢ້ານກົວ ທີ່ນີ້ "ພວກເຂົາ" ແລະ "ພວກເຂົາ" ຫມາຍເຖິງຊາວເອຢິບ ແລະ "ນາງ" ຫມາຍເຖິງປະຊາຊົນຢູດາ. ອາດແປໄດ້ອີກວ່າ: "ເມື່ອໃດກໍຕາມທີ່ຄົນເຫລົ່າຄືນໃຫ້ຊາວເອຢິບ ເລື່ອງລາວຂອງປະຊາຊົນຢູດາ, ຊາວເອຢິບຈະຢ້ານກົວຫລາຍ"