# ພຣະຢາເວຕັດສັ່ງເເກ່ໂມເຊວ່າ, "ຈົ່ງບອກປະຊາຊົນອິດສະຣາເອນວ່າ, 'ເມື່ອໃດຄົນເຮັດບາບ ນີ້ມີການອ້າງອີງ. ການອ້າງອີງໂດຍກົງສາມາດຖືກລະບຸເປັນຄຳເວົ້າທາງອ້ອມ. ອາດຈະແປໄດ້ອີກວ່າ: "ພຣະຢາເວເວົ້າກັບໂມເຊ ແລະບອກລາວໃຫ້ບອກປະຊາຊົນອິສະຣາເອນວ່າ: 'ເມື່ອໃຜເຮັດບາບ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-quotesinquotes]] ແລະ [[rc://*/ta/man/translate/figs-quotations]]) # ພຣະຢາເວຊົງບັນຊາບໍ່ໃຫ້ເຮັດ ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ທີ່ ພຣະຢາເວໄດ້ສັ່ງໃຫ້ປະຊາຊົນຢ່າເຮັດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]]) # ຖ້າເຂົາເຮັດສິ່ງໃດກໍ່ຕາມຕ້ອງຫ້າມ ສິ່ງນີ້ສາມາດແປເປັນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ຖ້າລາວເຮັດບາງສິ່ງທີ່ພຣະຢາເວ ບໍ່ອະນຸຍາດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]]) # ໃຫ້ເຮັດຕາມດັ່ງຕໍ່ໄປນີ້ ສິ່ງນີ້ສາມາດແປເປັນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ລາວຕ້ອງເຮັດດັ່ງຕໍ່ໄປນີ້" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]]) # ເພື່ອນຳຄວາມຜິດບາບມາສູ່ປະຊາຊົນ ຄຳນາມທີ່ບໍ່ມີຕົວຕົນ "ຄວາມຜິດ" ສາມາດລະບຸໄດ້ວ່າເປັນຄຳຄຸນສັບ. ອາດຈະແປໄດ້ອີກວ່າ: "ເພື່ອເຮັດໃຫ້ປະຊາຊົນມີຄວາມຜິດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-abstractnouns]])