# ຊື່ນຊົມ ແລະ ຍິນດີເຖີດ ສອງຄຳສັບນີ້ແມ່ນມີຄວາມຫມາຍຄືກັນ ແລະ ເນັ້ນເຖິງຄວາມເອົາຈິງເອົາຈັງຂອງຄວາມຍິນດີ. ຜູ້ຂຽນໃຊ້ສອງຄຳນີ້ເປັນຄຳສຽດສີ. ອາດແປໄດ້ອີກວ່າ: "ຍິນດີຫລາຍທີ່ສຸດ." (ເບິ່ງ: [[rc://*/ta/man/translate/figs-doublet]] ແລະ [[rc://*/ta/man/translate/figs-irony]]) # ລູກສາວແຫ່ງຊີໂອນ...ລູກສາວແຫ່ງເອໂດມ ວະລີເຫລົ່ານີ້ແທນຊື່ຂອງປະຊາຊົນຂອງເຢຣູຊາເລັມ ແລະ ແຜ່ນດິນຂອງເອໂດມ, ຊຶ່ງເວົ້າເຖິງປຽບທຽບພວກເຂົາເຫມືອນຜູ້ຍິງຄົນຫນຶ່ງ. (ເບິ່ງ: [[rc://*/ta/man/translate/figs-personification]]) # ສຳລັບເຈົ້າຈອກແຫ່ງຄວາມໂກດຮ້າຍກໍວຽນໄປເຖິງ ເຫລົ້າອະງຸ່ນທີ່ປະຊາຊົນຈະດື່ມຈາກຈອກແຫ່ງຄວາມໂກດຮ້າຍຂອງພຣະຢາເວ. ອາດແປໄດ້ອີກວ່າ: "ພຣະຢາເວຈະພິພາກສາເຈົ້າເຊັ່ນກັນ" (ເບິ່ງ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-metonymy]]) # ພຣະອົງຈະບໍ່ປ່ອຍໃຫ້ເຈົ້າ ຕົກເປັນຊະເລີຍດົນດອກ ຄຳວ່າ "ພຣະອົງ" ຫມາຍເຖິງພຣະຢາເວ. # ບໍ່ໄດ້ປົກປິດບາບຂອງເຈົ້າ "ເປີດເຜີຍບາບຂອງເຈົ້າ"