# ພຣະຢາເວໄດ້ສຳແດງຄວາມໂກດຮ້າຍຂອງພຣະອົງ; ພຣະອົງໄດ້ລະບາຍຄວາມໂກດຮ້າຍອັນຮຸນແຮງອອກມາ ພຣະຢາເວໂກດຮ້າຍຢ່າງທີ່ສຸດ, ແລະພຣະອົງໄດ້ເຮັດທຸກສິ່ງຕາມທີ່ພຣະອົງຕ້ອງການ ເພື່ອສຳແດງໃຫ້ວ່າພຣະອົງໂກດຮ້າຍ. (ເບິ່ງ: [[rc://*/ta/man/translate/figs-parallelism]]) # ພຣະອົງໄດ້ລະບາຍຄວາມໂກດຮ້າຍອັນຮຸນແຮງອອກມາ ຄວາມໂກດຮ້າຍຂອງພຣະເຈົ້າເຫມືອນດັ່ງຄວາມຮ້ອນແຮງ, ທີ່ກຳລັງເຜົາຜານຂອງແຫລວທີ່ພຣະອົງໄດ້ລະບາຍອອກມາ. (ເບິ່ງ: [[rc://*/ta/man/translate/figs-idiom]]) # ພຣະອົງໄດ້ຈູດໄຟຂຶ້ນໃນຊີໂອນ ຄວາມຫມາຍທີ່ອາດເປັນໄດ້ 1) ຄວາມໂກດຂອງພຣະເຈົ້າເປັນເຫມືອນໄຟທີ່ທຳລາຍນະຄອນເຢຣູຊາເລັມ, ຫລື 2) ພຣະເຈົ້າໄດ້ເຮັດໃຫ້ເຫລົ່າສັດຕຣູເຜົາເຢຣູຊາເລັມດ້ວຍໄຟ. (ເບິ່ງ: [[rc://*/ta/man/translate/figs-metaphor]])