# ຂໍ້ມູນທົ່ວໄປ: ຜູ້ຂຽນໄດ້ຂ້ວາມຈາກການບັນຍາຍກ່ຽວກັບເຢຣູຊາເລັມ ມາເປັນບັນຍາຍກ່ຽວກັບປະສົບການຂອງຕົນເອງ. # ດວງຕາຂອງຂ້ານ້ອຍໄດ້ຫມອງຊໍ້າ ເພາະການຮ້ອງໄຫ້ ອາດແປໄດ້ອີກວ່າ: "ຂ້ານ້ອຍໄດ້ຮ້ອງໄຫ້ ຈົນບໍ່ສາມາດຮ້ອງໄຫ້ໄດ້ອີກແລ້ວ" (ເບິ່ງ: [[rc://*/ta/man/translate/figs-idiom]]) # ສ່ວນພາຍໃນຂອງຂ້ານ້ອຍກໍໄຫລອອກມາສູ່ດິນ ອາດແປໄດ້ອີກວ່າ: "ສ່ວນພາຍໃນທັງຫມົດຢູ່ໃນຄວາມໂສກເສົ້າ" (ເບິ່ງ: [[rc://*/ta/man/translate/figs-idiom]]) # ເພາະການທຳລາຍຂອງລູກສາວແຫ່ງປະຊາຊົນຂອງຂ້ານ້ອຍ "ລູກສາວຂອງປະຊາຊົນຂອງຂ້ານ້ອຍ" ນີ້ເປັນຊື່ບົດກະວີຂອງເຢຣູຊາເລັມ, ຊຶ່ງເວົ້າເຖິງປຽບເຫມືອນເປັນຍິງຄົນຫນຶ່ງ. ອາດແປໄດ້ອີກວ່າ: "ເພາະວ່າປະຊາຊົນຂອງຂ້ານ້ອຍໄດ້ຖືກບີບບີ້" (ເບິ່ງ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-personification]]) # ອາຫານ ແລະ ເຫລົ້າອະງຸ່ນຢູ່ໃສ? ວະລີທີ່ວ່າ "ອາຫານ ແລະ ເຫລົ້າອະງຸ່ນ" ແມ່ນຄືກັນກັບການເວົ້າວ່າ "ອາຫານ ແລະເຄື່ອງດື່ມ." ອາດແປໄດ້ອີກວ່າ: "ຂໍໃຫ້ບາງສິ່ງບາງຢ່າງເພື່ອໃຫ້ພວກເຮົາກິນ ແລະ ດື່ມ." (ເບິ່ງ: [[rc://*/ta/man/translate/figs-idiom]] ແລະ [[rc://*/ta/man/translate/figs-rquestion]])