# ຜູ້ກ້າຫານທັງຫລາຍທີ່ຕໍ່ສູ້ຂ້ານ້ອຍນັ້ນ ໃນສ່ວນຫນຶ່ງຂອງເຢຣູຊາເລັມຍັງຖືກອະທິບາຍວ່າເຫມືອນຜູ້ຍິງທີ່ກຳລັງເວົ້າເຖິງຕົວຂອງນາງເອງ. (ເບິ່ງ: [[rc://*/ta/man/translate/figs-personification]]) # ຜູ້ກ້າຫານທັງຫລາຍ "ບັນດາທະຫານທີ່ແຂງແຮງທີ່ສຸດ" # ເຕົ້າໂຮມຝູງຊົນ ນີ້ເວົ້າເຖິງທະຫານຝ່າຍສັດຕຣູທີ່ມາໂຈມຕີນະຄອນເຢຣູຊາເລັມ ຖືກເວົ້າເຖິງເຫມືອນກັບວ່າເປັນການປະຊຸມຂອງຜູ້ຄົນທີ່ມາເຕົ້າໂຮມກັນເພື່ອກ່າວຫາ ແລະ ລົງໂທດຜູ້ໃດຜູ້ຫນຶ່ງ. ອາດແປໄດ້ອີກວ່າ: "ທະຫານຄົນຫນຶ່ງ" (ເບິ່ງ: [[rc://*/ta/man/translate/figs-metaphor]]) # ຜູ້ຊາຍທີ່ແຂງແຮງ ຊາຍຜູ້ຫນຶ່ງໃນຊ່ວງເວລາທີ່ແຂງແຮງທີ່ສຸດໃນຊີວິດຂອງພວກເຂົາ # ອົງພຣະຜູ້ເປັນເຈົ້າໄດ້ຢຽບຢໍ້າ ... ເຫມືອນຢຽບຢໍ້າອະງຸ່ນໃນອ່າງຢຽບຫມາກອະງຸ່ນ. ນີ້ແມ່ນການພິພາກສາຂອງພຣະເຈົ້າ ທີ່ໄດ້ບັນຍາຍເຖິງນະຄອນເຢຣູຊາເລັມ ເປັນເຫມືອນຫມາກອະງຸ່ນໄດ້ຖືກເຂົາຢຽບຢໍ້າ ເພື່ອຈະເຮັດໃຫ້ນໍ້າອອກມາ. (ເບິ່ງ: [[rc://*/ta/man/translate/figs-metaphor]]) # ສາວບໍລິສຸດແຫ່ງຢູດາ ນີ້ແມ່ນຊື່ໃນບົດກະວີສຳລັບເຢຣູຊາເລັມ, ຊຶ່ງເວົ້າປຽບທຽບເຫມືອນຜູ້ຍິງຄົນຫນຶ່ງ. ຄຳວ່າ "ສາວບໍຣິສຸດ" ຊີ້ໃຫ້ເຫັນວ່າຜູ້ຍິງນີ້ບໍຣິສຸດ" (ເບິ່ງ: [[rc://*/ta/man/translate/figs-metaphor]]).