# ພຣະຢາເວໃຫ້ຈິດໃຈ ເເລະ ຈິດສຳນຶກເເກ່ເຮົາ,ເຮົາບໍ່ສາມາດປິດບັງຈາກຕົນເອງໄດ້ ສິ່ງນີ້ເວົ້າເຖິງຈິດໃຈຂອງຄົນຜູ້ຫນຶ່ງຄືກັບວ່າມັນເປັນໂຄມໄຟ. ຈິດໃຈຂອງຄົນເຮົາຊ່ວຍລາວໃຫ້ເຂົ້າໃຈຕົນເອງພາຍໃນ. ອາດແປໄເ້ອີກວ່າ: "ພຣະຢາເວ ໄດ້ໃຫ້ພວກເຮົາມີຈິດໃຈທີ່ຈະເຂົ້າໃຈຕົວເອງທີ່ເລິກເຊິ່ງ, ຄືກັນກັບໂຄມໄຟທີ່ເຮັດໃຫ້ເຈົ້າເຫັນໃນຄວາມມືດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ຄວາມຈົງຮັກພັກດີເເລະຄວາມຊື່ສັດພິທັກກະສັດໄວ້ ສິ່ງນີ້ເວົ້າກ່ຽວກັບຄວາມສັດຊື່ໃນພັນທະສັນຍາຂອງກະສັດ ແລະຄວາມໄວ້ວາງໃຈຄືກັບວ່າພວກເຂົາເປັນຄົນທີ່ຮັກສາກະສັດ. ແປໄດ້ອີກວ່າ: "ກະສັດປົກປ້ອງຕົນເອງໂດຍຄວາມສັດຊື່ໃນພັນທະສັນຍາ ແລະຄວາມໄວ້ເນື້ອເຊື່ອໃຈ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-personification]]) # ພິທັກກະສັດໄວ້ ຮັກສາກະສັດໃຫ້ພົ້ນຈາກໄພອັນຕະລາຍ # ເພິ່ນຈະຊົງເຮັດໃຫ້ພະທີ່ນັ່ງຫມັ້ນຄົງດ້ວຍຄວາມຮັກ ສິ່ງນີ້ເວົ້າເຖິງຄວາມຮັກຂອງກະສັດຄືກັບວ່າເປັນບຸກຄົນທີ່ຮັບປະກັນການປົກຄອງຂອງກະສັດ. ອາດແປໄດ້ອີກວ່າ: "ບັນລັງຂອງລາວໄດ້ຖືກຮັກສາໄວ້ໂດຍຄວາມຮັກຂອງລາວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-personification]])