# ຂໍ້ມູນທົ່ວໄປ: ພຣະຢາເວຍັງສືບຕໍ່ປຣະທານແກ່ໂອບາດີຢາ ຖ້ອຍຄຳຂອງພຣະອົງຕໍ່ເອໂດມ. # ເພາະ​ມື້​ແຫ່ງພ​ຣະ​ຢາ​ເວທີ່ມາເຫນືອປະຊາຊົນທັງຫມົດ "ໃນເວລາອັນໃກ້ຈະມານີ້ ເມື່ອພຣະຢາເວຊົງຈະສຳແດງແກ່ຊົນຊາດທັງຫມົດວ່າພຣະອົງເປັນພຣະຜູ້ເປັນເຈົ້າ." # ເຈົ້າໄດ້ເຮັດໄວ້ແນວໃດ, ມັນກໍຈະເກີດຂຶ້ນກັບເຈົ້າແນວນັ້ນ "ເຮົາຈະເຮັດກັບເຈົ້າຄືກັນກັບທີ່ເຈົ້າເຮັດກັບຄົນອຶ່ນດ້ວຍ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]]) # ການກະທຳຂອງເຈົ້າຈະກັບມາ​ຕົກລົງຢູ່ເທິງຫົວຂອງເຈົ້າ ອາດແປໄດ້ອີກວ່າ: "ເຈົ້າຈະທົນທຸກຍ້ອນສິ່ງທີ່ເຈົ້າໄດ້ເຮັດມາ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]]) # ສຳລັບເຈົ້າແລ້ວ ຄຳວ່າ "ເຈົ້າ" ກ່າວເຖິງປະຊາຊາແຫ່ງເອໂດມ. # ໃນຂະນະທີ່ເຈົ້າໄດ້ດື່ມ ຜູ້ປະກາດພຣະຄັມໄດ້ບັນຍາຍເຖິງປະຊາຊົນທີ່ພຣະຢາເວຈະລົງໂທດຄືໄດ້ດື່ມຈາກຈອກແຫ່ງຄວາມໂກດຮ້າຍຂອງພຣະຢາເວ. ອາດແປໄດ້ອີກວ່າ: "ເຫມືອນັ່ງທີ່ເຮົາໄດ້ລົງໂທດເຈົ້າ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ພູເຂົາບໍຣິສຸດຂອງເຮົາ "ແມ່ນອີກວິທີຫນຶ່ງທີ່ອ້າງອີງເຖິງເຢຣູຊາເລັມ. # ປະຊາຊາດທັງ​ປວງຈະດື່ມຢ່າງບໍ່ເຊົາ​ຄື​ກັນ ອາດແປໄດ້ອີກວ່າ: "ເຮົາຈະລົງໂທດຊົນຊາດທັງປວງໂດຍຈະບໍ່ຢຸດເຊົາເລີຍ." ພຣະຢາເວລົງໂທດເຢຣູຊາເລັມ, ແຕ່ພຣະອົງຢຸດ ກ່ອນທີ່ພຣະອົງຈະທຳລາຍປະຊາຊົນທັງຫມົດດ້ວຍ. ເຖິງປານນັ້ນ, ພຣະອົງຈະລົງໂທດຊົນຊາດທັງປວງ ຈົນວ່າພວກຂົາບໍ່ມີຊີວິດຢູ່ອີກຕໍ່ໄປ.