# ຂໍ້ມູນທົ່ວໄປ: ພຣະຢາເວຍັງສືບປະທານແກ່ໂອບາດີຢາ ຖ້ອຍຄຳຂອງພຣະອົງຕໍ່ເອໂດມ. # ພັນທະມິດຂອງເຈົ້າ ຄຳສັບ "ຂອງເຈົ້າ" ອ້າງອີງເຖິງຊົນຊາດຂອງເອໂດມ. # ຈະຂັບໄລ່ເຈົ້າໄປຕາມທາງຂອງເຈົ້າຈົນ​ເຖິງຊາຍແດນ "ຈະສົ່ງເຈົ້າອອກຈາກແຜ່ນດິນຂອງພວກເຂົາ." ປະຊາຊົນແຫ່ງເອໂດມຈະພະຍາຍາມໄປລີ້ພັຍໃນແຜ່ນດິນຂອງພັນທະມິດຂອງພວກເຂົາ, ແຕ່ພັນທະມິດຂອງພວກເຂົາຈະບໍ່ໃຫ້ປະຊາຊົນແຫ່ງເອໂດມອາສັຍຢູ່ໃນແຜ່ນດິນຂອງພວກເຂົາ. # ບໍ່ມີຄວາມເຂົ້າໃຈ​ໃນຕົວ​ລາວເລີຍ "ເອໂດມບໍ່ສາມາດເຂົ້າໃຈໄດ້." # ເຮົາຈະບໍ່ຢູ່ໃນວັນນັ້ນ" ພຣະຢ​າ​ເວກ່າວຈາ, "ທຳລາຍ...ພູເຂົາຂອງເອຊາວ​ຫລື? "'ໃນວັນນັ້ນ,' ພຣະຢາເວກ່າວວ່າ, "ເຮົາຈະທຳລາຍ...ພູເຂົາຂອງເອຊາວຢ່າງແນ່ນອນ." (ເບິ່ງເບີ່ງເຕີມ: [[rc://*/ta/man/translate/figs-rquestion]]) # ນັກ​ຮົບ​ຂອງ​ເຈົ້າຈະ​ທໍ້​ໃຈ "ນັກຮົບທີ່ແຂງແຮງຂອງເຈົ້າຈະຢ້ານກົວເສຍຂວັນ" # ຕາມານ ແມ່ນຊື່ຫນຶ່ງຂອງເຂດແດນໃນແຜ່ນດິນຂອງເອໂດມ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-names]]) # ດັ່ງ​ນັ້ນທຸກຄົນຈະຖືກຕັດອອກຈາກພູເຂົາເອຊາວໂດຍການຂ້າຕາຍ ອາດແປໄດ້ອີກວ່າ: "ດັ່ງນັ້ນຈະບໍ່ມີຜູ້ຄົນອາສັຍຢູ່ໃນພູເຂົາຂອງເອຊາວອີກເພາະວ່າເຫລົ່າສັດຕຣູຈະຂ້າພວກເຂົາ." (ເບິ່ງເພີ່່ມເຕີມ: [[rc://*/ta/man/translate/figs-activepassive]]) # ພູເຂົາຂອງເອຊາວ ແຜ່ນດິນຂອງເອຊາວສ່ວນໃຫຍ່ເປັນເຂດພູເຂົາ, ດັ່ງນັ້ນຈຶ່ງເປັນອີກວິທີຫນຶ່ງເພື່ອອ້າງອີງເຖິງແຜ່ນດິນຂອງເອຊາວ.