# ບາຫລາກໄດ້ພາຂ້ອຍມາຈາກເມືອງອາຣາມ...ກະສັດແຫ່ງໂມອາບຈາກພູດອຍທາງທິດຕາເວັນອອກ ວະລີເຫລົ່ານີ້ມີຄວາມຫມາຍຄືກັນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # 'ມາເຖີດ, ຈົ່ງສາບແຊ່ງຢາໂຄບເພື່ອເຮົາ,'...ມາເຖີດມາຕໍ່ສູ້ກັບອິດສະຣາເອນ.' ທັງສອງຄຳກ່າວນີ້ຫມາຍເຖິງສິ່ງດຽວກັນ. ພວກເຂົາເນັ້ນຫນັກວ່າບາຫລາກຢາກໃຫ້ບາລາອາມສາບແຊ່ງຊາວອິດສະຣາເອນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-parallelism]]) # ຂ້ອຍຈະສາບແຊ່ງຄົນເຫລົ່ານັ້ນທີ່ພຣະເຈົ້າ ບໍ່ໄດ້ຊົງສາບແຊ່ງໄດ້ຢ່າງໃດ? ຂ້ອຍຈະສູ້ຮົບກັບຄົນເຫລົ່ານັ້ນທີ່ພຣະຢາເວບໍ່ໄດ້ຊົງສູ້ຮົບໄດ້ຢ່າງໃດ? ຄຳຖາມເຫລົ່ານີ້ເນັ້ນຫນັກເຖິງການປະຕິເສດຂອງບາລາອາມທີ່ຈະບໍ່ເຊື່ອຟັງພຣະເຈົ້າ. ພວກເຂົາສາມາດຖືກແປເປັນຄຳເວົ້າ. ອາດຈະແປໄດ້ອີກວ່າ: "ແຕ່ຂ້ອຍບໍ່ສາມາດສາບແຊ່ງກັບຜູ້ທີ່ພຣະເຈົ້າບໍ່ໄດ້ສາບແຊ່ງ. ຂ້ອຍບໍ່ສາມາດຕໍ່ສູ້ກັບຜູ້ທີ່ພຣະຢາເວບໍ່ໄດ້ຕໍ່ສູ້!" (ເບິ່ງເພີ່ມເເຕີມ: [[rc://*/ta/man/translate/figs-rquestion]])