# ເຮໂຣດກັບທະຫານຂອງທ່ານ "ເຮໂຣດແລະທະຫານຂອງລາວ" # ນຸ່ງໃຫ້ພຣະອົງໃນເຄື່ອງນຸ່ງທີ່ສະຫງ່າງາມ "ເອົາເສື້ອຜ້າງາມໆໃສ່ໃຫ້ພຣະອົງ." ການແປພາສາບໍ່ຄວນຫມາຍ ຄວາມວ່າສິ່ງນີ້ຖືກເຮັດເພື່ອໃຫ້ກຽຕແກ່ພຣະເຢຊູ. ພວກເຂົາໄດ້ເຮັດມັນເພື່ອເຍາະເຍີ້ຍພຣະເຢຊູແລະເຍາະເຍີ້ຍພຣະອົງ. # ມື້ນັ້ນເຮໂຣດແລະປີລາດໄດ້ກາຍເປັນເພື່ອນກັບກັນ ຂໍ້ມູນທີ່ບົ່ງບອກແມ່ນວ່າພວກເຂົາກາຍເປັນເພື່ອນກັນເພາະເຮໂຣດຮູ້ສຶກຍິນດີກັບປີລາດທີ່ໃຫ້ລາວຕັດສິນພຣະເຢຊູ.(ອາດແປແໄດ້ອີກວ່າ): "ເຮໂລດແລະປີລາດໄດ້ກາຍເປັນເພື່ອນກັບກັນແລະກັນໃນມື້ນັ້ນເພາະວ່າປີລາດໄດ້ສົ່ງພຣະເຢຊູໄປຫາກະສັດເຮໂລດເພື່ອພິພາກສາ" (ເບິ່ງ: [[rc://*/ta/man/translate/figs-explicit]]) # ກ່ອນນີ້ພວກເຂົາເຄີຍເປັນສັດຕຣູກັບກັນແລະກັນ ຂໍ້ມູນນີ້ແມ່ນໃສ່ໃນວົງເລັບເພື່ອສະແດງວ່າມັນແມ່ນຂໍ້ມູນພື້ນຫລັງ. ໃຊ້ຮູບແບບທີ່ຜູ້ຊົມຂອງທ່ານເຂົ້າໃຈ. (ເບິ່ງ: [[rc://*/ta/man/translate/writing-background]])