# ຂໍ້ມູນທົ່ວໄປ ຜູ້ສົ່ງຂ່າວຂອງເຢັບທາຍັງເວົ້າຕໍ່ໄປ. # ເມື່ອ​ອິ​ດສ​ະ​ຣາເອນ ໄດ້ສົ່ງຜູ້ສົ່ງຂ່າວ ຜູ້ສົ່ງຂ່າວໄດ້ຖືກສົ່ງໂດຍຜູ້ນຳອິດສະຣາເອນ. ອາດແປໄດ້ອີກວ່າ: "ເມື່ອຜູ້ນຳອິດສະຣາເອນສົ່ງຜູ້ສົ່ງຂ່າວ" (ເບິ່ງ: [[rc://*/ta/man/translate/figs-synecdoche]]) # ຜ່ານ "ຂ້າມຜ່ານ" ຫລື "ຂ້າມ" # ກໍບໍ່ຟັງ ປະໂຫຍກນີ້ແມ່ນສຳນວນ ຊຶ່ງຫມາຍຄວາມວ່າ "ປະຕິເສດ." ອາດແປໄດ້ອີກວ່າ: "ປະຕິເສດ" ຫລື "ປະຕິເສດຄໍາຮ້ອງຂໍຂອງພວກເຂົາ" (ເບິ່ງ: [[rc://*/ta/man/translate/figs-idiom]]) # ພວກ­ເຂົາ​ຍັງໄດ້ສົ່ງຜູ້ສົ່ງຂ່າວໄປຫາກະສັດແຫ່ງ​ໂມ­ອາບ ເຫດຜົນທີ່ເຮັດໃຫ້ອິດສະຣາເອນສົ່ງຜູ້ສົ່ງຂ່າວໄປຫາກະສັດໂມອາບສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ພວກເຂົາຍັງສົ່ງຜູ້ສົ່ງຂ່າວໄປຫາກະສັດໂມອາບ ດ້ວຍການຮ້ອງຂໍແບບດຽວກັນ" (ເບິ່ງ: [[rc://*/ta/man/translate/figs-explicit]]) # ແຕ່ເພິ່ນກໍໄດ້ປະຕິເສດ ກະສັດໂມອາບໄດ້ປະຕິເສດຄຳຂໍຂອງອິດສະຣາເອນທີ່ຈະຂ້າມຜ່ານໂມອາບ. ຄວາມຫມາຍທັງຫມົດຂອງຄຳເວົ້ານີ້ ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ແຕ່ລາວຍັງປະຕິເສດ ແລະຈະບໍ່ຍອມໃຫ້ພວກເຂົາຜ່ານແຜ່ນດິນໂມອາບ" (ເບິ່ງ: [[rc://*/ta/man/translate/figs-explicit]]) # ອາກໂນນ ແມ່ນຊື່ຂອງແມ່ນໍ້າ. ຊື່ນີ້ຄືກັບທີ່ທ່ານໄດ້ເແປໃນ 11:12.