# ພຣະຢາເວໄດ້ເຮັດໃຫ້ໃຈຂອງຟາຣາໂອແຂງກະດ້າງ ທີ່ນີ້ "ໃຈ" ອ້າງອິງເຖິງຟາຣາໂອ. ທ່າທີແຫ່ງດື້ດືງຂອງພະອົງ ຖືກເວົ້າຄືກັນກັບວ່າໃຈຂອງພະອົງແຂງກະດ້າງ. ເບິ່ງເພີ່ມເຕີມວິທີການແປທີ່ຄ້າຍຄືກັນໃນຂໍ້ 9:11. ອາດແປໄດ້ອີກວ່າ: "ເປັນເຫດໃຫ້ຟາຣາໂອແຮ່ງກາຍເປັນຄົນມີໃຈຕໍ່ຕ້ານ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]] ແລະ [[rc://*/ta/man/translate/figs-metaphor]]) # ພະອົງຈຶ່ງບໍ່ຍອມປ່ອຍພວກເຂົາໄປ "ຟາຣາໂອຈຶ່ງບໍ່ຍອມປ່ອຍພວກເຂົາໄປ" # ຣະວັງຕົວໃຫ້ດີ "ໃຫ້ຫມັ້ນໃຈໃນສິ່ງຫນຶ່ງ" ຫລື "ໃຫ້ແນ່ໃຈໃນສິ່ງຫນຶ່ງ" # ຂ້ອຍເຫັນຫນ້າເຈົ້າ ທີ່ນີ້ຄຳສັບ "ຫນ້າ" ອ້າງອິງເຖິງຄົນຫມົດທັງຕົວ. ອາດແປໄດ້ອີກວ່າ: "ເຈົ້າເຫັນຂ້ອຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]]) # ພະອົງເປັນຜູ້ກ່າວແລ້ວເດີ ພ້ອມກັບຖ້ອຍຄຳເຫລົ່ານີ້, ໂມເຊເນັ້ນຫນັກໃຫ້ກັບຟາຣາໂອໄດ້ເວົ້າຄວາມຈິງ. ອາດແປໄດ້ອີກວ່າ: "ໃນສິ່ງທີ່ພະອົງເວົ້ານັ້ນແມ່ນຄວາມຈິງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]])