# ພຣະຢາເວມາພົບໂມເຊ ແລະ ຊົງປະສົງທີ່ຈະຂ້າລາວເສຍ ສິ່ງນີ້ອາດເກີດຂຶ້ນເພາະວ່າ ໂມເຊຍັງບໍ່ໄດ້ເຮັດພິທີຕັດໃຫ້ແກ່ລູກຊາຍຂອງລາວ. # ນາງຊິບໂປຣາ ນີ້ແມ່ນຊື່ຂອງເມຍຂອງໂມເຊ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-names]]) # ມີດຫີນຄົມ ນີ້ແມ່ນມີດຝົນໃຫ້ຄົມດ້ວຍຫີນ. # ທີ່ຕີນຂອງລາວ ມັນເປັນໄປໄດ້ວ່າຄຳສັບ "ຕີນ" ທີ່ນີ້ອາດເປັນຫນ້ານັບຖືກວ່າ ທີ່ຈະອ້າງອິງໃນສ່ວນອື່ນຂອງຮ່າງກາຍ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-euphemism]]) # ເຈົ້າເປັນເຈົ້າບ່າວທີ່ໄດ້ມາແຫ່ງເລືອດ ຄວາມຫມາຍຂອງປະໂຫຍກນີ້ແມ່ນບໍ່ແຈ່ມແຈ້ງ. ມັນຫນ້າຈະເປັນທີ່ຮູ້ຈັກກັນດີຂອງການເວົ້າ ໃນວັດທະນະທຳໃນສະໄຫມນັ້ນ. ອາດແປໄດ້ອີກວ່າ: "ເຈົ້າກ່ຽວພັນຂ້ອຍໂດຍເລືອດນີ້" ຫລື "ເຈົ້າເປັນສາມີຂອງຂ້ອຍຍ້ອນເລືອດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])