# ໃນຫ້ອງທີ່ກຳລັງດື່ມເຫລົ້າອະງຸ່ນນັ້ນ ນີ້ສາມາດຖືກລະບຸໄວ້ໃນຮູບແບບທີ່ເປັນຮູບພຣະທັມ. ອາດແປໄດ້ອີກວ່າ: "ບ່ອນທີ່ຂ້າຮັບໃຊ້ໄດ້ຍາຍເຫລົ້າອະງຸ່ນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]]) # ທີ່ປຣະທັບ ເຄື່ອງເຟີນີເຈີຍາວໆທີ່ຄົນເຮົາສາມາດນັ່ງ ຫລື ນອນໄດ້ # "ເຂົາຈະທຳຮ້າຍພຣະຣາຊີນີໃນບ້ານຂອງເຮົາບໍ? ກະສັດໃຊ້ຄຳຖາມນີ້ ເພື່ອສະແດງຄວາມຕົກໃຈ ແລະ ຄວາມໂກດຮ້າຍຂອງພະອົງຕໍ່ສິ່ງທີ່ຮາມານກຳລັງເຮັດຢູ່. ອາດແປໄດ້ອີກວ່າ: "ລາວຍັງກ້າໂຈມຕີພະຣາຊິນີໃນທີ່ປຣະທັບຂອງເຮົາ ແລະຢູ່ໃນເຮືອນຂອງເຮົາເອງ!" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]]) # ທຳຮ້າຍພະຣາຊີນີ "ໂຈມຕີພະຣາຊິນີ." ປະໂຫຍກນີ້ແມ່ນເປັນວິທີທີ່ສຸພາບ ເພື່ອກ່າວເຖິງການຂົ່ມຂືນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-euphemism]]) # ທັນທີທີ່ກະສັດໄດ້ເວົ້າເຊັ່ນນັ້ນຈາກປາກຂອງພະອົງ ຄຳເວົ້າທີ່ອອກມາຈາກປາກຫມາຍເຖິງການເວົ້າ. ອາດແປໄດ້ອີກວ່າ: "ທັນທີທີ່ກະສັດກ່າວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ຂ້າຮັບໃຊ້ຂອງພຣະອົງກໍໄດ້ເຂົ້າມາປິດຫນ້າຂອງຮາມານ ປາກົດວ່າ ພວກເຂົາໄດ້ເຮັດສິ່ງນີ້ ເພາະວ່າພວກເຂົາເຂົ້າໃຈວ່າ ກະສັດຕ້ອງການໃຫ້ຮາມານຖືກຂ້າ. ອາດແປໄດ້ອີກວ່າ: "ຂ້າຮັບໃຊ້ໄດ້ເຂົ້າມາປົກຫນ້າຂອງຮາມານ ເຫມືອນເປັນສັນຍານບອກວ່າ ລາວຈະຖືກຂ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]])