# ເມື່ອເຂົານັ່ງບັນລັງອານາຈັກຂອງເຂົາ ໃນນີ້“ ບັນລັງ” ຫມາຍເຖິງອຳນາດ ແລະສິດອຳນາດຂອງບຸກຄົນທີ່ເປັນກະສັດ. ການນັ່ງເທິງບັນລັງຫມາຍຄວາມວ່າຈະເປັນກະສັດ. ອາດແປໄດ້ອີກວ່າ: "ເມື່ອເຂົາຂຶ້ນເປັນກະສັດ" (ເບິ່ງ​ເພີ່ມ​ເຕີມ: [[rc://*/ta/man/translate/figs-metonymy]]) # ເຂົາຕ້ອງບັນທຶກສຳເນົາກົດຫມາຍນີ້ໃນຫນັງສືມ້ວນ ຄວາມ​ຫມາຍທີ່ເປັນໄປໄດ້ແມ່ນ 1) "ເຂົາຕ້ອງຂຽນເປັນການສ່ວນຕົວສຳລັບສຳເນົາກົດ​ ຫມາຍສະບັບນີ້"ຫລື 2) "ລາວຕ້ອງມອບຫມາຍໃຫ້ຜູ້ໃດຜູ້ຫນຶ່ງຂຽນສຳເນົາກົດ​ຫມາຍສະບັບນີ້ສຳລັບເຂົາ" # ຄືກົດຫມາຍທີ່ຢູ່ຫນ້າຂອງປະໂລຫິດຜູ້ເປັນຄົນເລວີ "ຈາກສຳເນົາຂອງກົດຫມາຍທີ່ປະໂລຫິດພວກເຜົ່າເລວີຖືຮັກສາ" # ເຊັ່ນດຽວກັນເພື່ອຖືຮັກສາຖ້ອຍຄຳທັງຫມົດທີ່ເປັນກົດຫມາຍນີ້,ເເລະກົດບັນຍັດເຫລົ່ານີ້, ເພື່ອປະຕິບັດຕາມຖ້ອຍຄຳເຫລົ່ານີ້ ສອງປະໂຫຍກນີ້ໂດຍພື້ນຖານແລ້ວແມ່ນສິ່ງດຽວກັນແລະເນັ້ນ​ຫນັກ ວ່າກະສັດຕ້ອງເຄົາລົບກົດໝາຍຂອງພຣະເຈົ້າທັງ​ຫມົດ. (ເບິ່ງ​ເພີ່ມ​ເຕີມ: [[rc://*/ta/man/translate/figs-parallelism]])