# ຂໍ້ມູນທົ່ວໄປ ນີ້ແມ່ນຕອນສຸດທ້າຍຂອງຈົດຫມາຍຂອງໂຢຮັນເຖິງຄາໂຢ. ເພິ່ນກ່າວຄຳປາໄສສຸດທ້າຍ ແລະ ກ່າວປິດພ້ອມດ້ວຍຄຳ ທັກທາຍ. # ຂ້າພະເຈົ້າມີຂໍ້ຄວາມຫລາຍຂໍ້ທີ່ຈະຂຽນມາເຖິງທ່ານ, ແຕ່ບໍ່ຢາກຂຽນດ້ວຍປາກກາ ແລະນໍ້າຫມຶກ. ໂຢຮັນບໍ່ຕ້ອງການຂຽນສິ່ງເຫຼົ່ານີ້ເລີຍ. ເພິ່ນບໍ່ໄດ້ເວົ້າວ່າເພິ່ນຕ້ອງການຂຽນດ້ວຍສິ່ງອື່ນ ນອກເຫນືອຈາກບິກ ແລະ ນໍ້າຫມຶກ. # ປາກຕໍ່ປາກ "ດ້ວຍກັນ" ຫລື "ຕໍ່ບຸກຄົນ". # ຂໍສັນຕິສຸກຈົ່ງມີແກ່ທ່ານ ບັນດາເພື່ອນ ໆ "ຂໍໃຫ້ພຣະເຈົ້າຊົງປະທານສັນຕິສຸກໃຫ້ເເກ່ທ່ານ". # ບັນດາເພື່ອນ ໆ ທາງນີ້ກໍຝາກຄວາມຄິດເຖິງມາຍັງທ່ານ "ພວກເພື່ອນຢູ່ນີ້ທັກທາຍທ່ານ". # ຝາກຄວາມຄິດເຖິງນີ້ແກ່ບັນດາເພື່ອນ ໆ ທາງພຸ້ນດ້ວຍອອກຊື່ຂອງທຸກຄົນ "ທັກທາຍບັນດາຜູ້ທີ່ເຊື່ອແຕ່ລະຄົນຢູ່ທີ່ນັ້ນຢ່າງເປັນສ່ວນຕົວຂອງຂ້າພະເຈົ້າເອງ". # ບັນດາເພື່ອນໆ "ເພື່ອນໆຂອງທ່ານ" ຫລື "ບັນດາຜູ້ທີ່ເຊື່ອຢູ່ທີ່ນັ້ນ".