# ຂໍ້ມູນທົ່ວໄປ: ດາວິດສືບຕໍ່ຮ້ອງເພັງຕໍ່ພຣະຢາເວ. ເຂົາໃຊ້ການຂະຫນານເພື່ອເນັ້ນສີ່ງທີ່ເຂົາເວົ້າ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-parallelism]]) # ແລ້ວ​ແຜ່ນ​ດິນ​ກໍ​ໄດ້​ສັ່ນ​ສະ​ເທືອນ ... ກໍ​ຕິດ​ເປວ​ໄຟ ນີ້ເປັນການຕອບສະຫນອງຂອງພຣະຢາເວຕໍ່ການຮ້ອງຂໍຂອງດາວິດເພື່ອຂໍຄວາມຊ່ວຍເຫລືອຈາກສັດຕູ. ດາວິດໃຊ້ພາບແຫ່ງແຜ່ນດິນໂລກສັ່ນສະເທືອນ ແລະ ໄຟອອກມາຈາກພຣະຢາເວເພື່ອເນັ້ນຫຍໍ້າວ່າຄວາມໃຈຮ້າຍຂອງພຣະຢາເວ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ແຜ່ນ​ດິນ​ກໍ​ໄດ້​ສັ່ນ​ສະ​ເທືອນ ... ຟ້າ​ກໍ​ໄດ້​ຫວັ່ນ​ໄຫວ ດາວິດເວົ້າເຖິງຄວາມສຸດຂີດສອງຢ່າງເພື່ອລວມທຸກຢ່າງໄວ້ໃນການສ້າງ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-merism]]) # ແລະ​ໄດ້​ສັ່ນ​ສະ​ເທືອນ, ເພາະ​ພ​ຣະ​ເຈົ້າ​ຊົງພຣະພິໂຣດ ນີ້ສາມາດເປັນຮູບແບບປະໂຫຍກໂດຍກົງໄດ້. ຫລືອາດແປໄດ້ອີກວ່າ: "ເພາະຄວາມໃຈຮ້າຂອງພຣະເຈົ້າສັ່ນສະເທືອນພວກເຂົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]]) # ຮູ​ດັງ​ຂອງ​ພ​ຣະ​ອົງ ... ປາກ​ຂອງ​ພ​ຣະ​ອົງ ດາວິດເວົ້າເຖິງພຣະຢາເວເໝືອນດັ່ງກັບວ່າພຣະອົງມີພາກສ່ວນຕ່າງໆຂອງຮ່າງກາຍເຫມືອນດັ່ງມະນຸດ . (ເບິ່ງເພີ່ມເຄີມ: [[rc://*/ta/man/translate/figs-personification]]) # ຖ່ານ​ເຫລົ່າ​ນັ້ນ​ກໍ​ຕິດ​ເປວ​ໄຟ ທີ່ນີ້ຄວາມໃຈຮ້າຍຂອງພຣະຢາເວທີ່ນີ້ປຽບເຫມືອນກັບໄຟ, ເຊິ່ງເປັນເຫດການໃຫ້ຖ່ານລຸກໄຫມ້ ແລະລຸກໄຫມ້. ຫລືອາດແປໄດ້ອີກ: "ແປວໄຟຈາກປາກຂອງເຂົາເຮັດໃຫ້ຖ່ານລຸກເປັນໄຟ" ຫລື "ເຂົາຍັງສົ່ງຖ່ານຫີນທີ່ລຸກໄຫມ້ຈາກປາກຂອງເຂົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])