lo_tn/gen/03/17.md

48 lines
5.0 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ອາດາມ
ຊື່ອາດາມແມ່ນຄືກັນກັບພາສາເຮັບເຣີສຳລັບຄຳວ່າ "ຜູ້ຊາຍ." ບາງຄັ້ງກໍແປວ່າ "ອາດາມ" ແລະ ບາງຄັ້ງແປວ່າ "ຜູ້ຊາຍ." ທ່ານອາດຈະເລືອກໃຊ້ຮູບແບບໃດກໍໄດ້ ເພື່ອສື່ເຖິງບຸກຄົນດຽວກັນ.
# ເພາະວ່າເຈົ້າຟັງສຽງເມຍຂອງເຈົ້າ
ນີ້ແມ່ນສຳນວນຫນຶ່ງ. ອາດແປໄດ້ອີກວ່າ: "ເຈົ້າໄດ້ເຊື່ອຟັງສິ່ງທີ່ເມຍເຈົ້າບອກ" (ເບິ່ງພີ່ມເຕີມ: [[rc://*/ta/man/translate/figs-idiom]])
# ໄດ້ກິນຫມາກໄມ້ນັ້ນ
ທ່ານສາມາດເວົ້າໄດ້ວ່າ ຫມາກໄມ້ຈາກຕົ້ນນັ້ນຖືກພວກເຂົາກິນ. ອາດແປໄດ້ອີກວ່າ: ໄດ້ກິນຫມາກໄມ້ຈາກຕົ້ນແລ້ວ" ຫລື "ໄດ້ກິນຫມາກໄມ້ບາງຫນ່ວຍຈາກຕົ້ນນັ້ນ" (ເບິ່ງພີ່ມເຕີມ: [[rc://*/ta/man/translate/figs-explicit]])
# ເຈົ້າຢ່າກິນຫມາກຈາກຕົ້ນໄມ້ນັ້ນ
"ເຈົ້າຫ້າມກິນຫມາກຈາກຕົ້ນໄມ້ນັ້ນເດັດຂາດ" ຫລື "ກິນຫມາກໄມ້ຈາກຕົ້ນມັນ"
# ແຜ່ນດິນຈະຖືກສາບແຊ່ງ
ຄຳວ່າ "ສາບແຊ່ງ" ຂື້ນມາກ່ອນໃນປະໂຫຍກເພື່ອເນັ້ນວ່າພື້ນດິນ, ຊຶ່ງເກີດຜົນ "ດີ" (1:9), ຕອນນີ້ຢູ່ພາຍໃຕ້ຄຳສາບແຊ່ງຂອງພຣະເຈົ້າ. ນີ້ສາມາດຖືກລະບຸໄວ້ໃນຮູບແບບຄຳກິລິຍາ. ອາດແປໄດ້ອີກວ່າ: "ເຮົາກຳລັງສາບແຊ່ງພື້ນດິນ" (ເບິ່ງພີ່ມເຕີມ: [[rc://*/ta/man/translate/figs-activepassive]])
# ດ້ວຍການເຮັດວຽກທຸກລຳບາກແສນເຂັນ
"ໂດຍການເຮັດວຽກຫນັກ"
# ເຈົ້າຈະຫາລຽ້ງຊີບ
ຄຳວ່າ "ມັນ" ຫມາຍເຖິງພື້ນດິນ ແລະ ເປັນຄຳສັບສຳລັບພາກສ່ວນຕ່າງໆຂອງຕົ້ນໄມ້, ເຊິ່ງປູກຢູ່ໃນພື້ນດິນ, ທີ່ຄົນກິນ. ອາດແປໄດ້ອີກວ່າ: "ເຈົ້າຈະກິນສິ່ງທີ່ເກີດຈາກມັນ" (ເບິ່ງພີ່ມເຕີມ: [[rc://*/ta/man/translate/figs-metonymy]])
# ພືດໃນປ່າ
ຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) "ພືດທີ່ທ່ານດູແລໃນສວນຂອງທ່ານ" ຫລື2) "ພືດທີ່ເກີດຢູ່ໃນທົ່ງນາ."
# ໂດຍຢາດເຫື່ອທີ່ໃບຫນ້າຂອງເຈົ້າ
"ໂດຍການເຮັດວຽກຫນັກ ເຊິ່ງເຮັດໃຫ້ຫນ້າປຽກເຫື່ອ"
# ເຈົ້າຈະໄດ້ກິນອາຫານ
ໃນນີ້ຄຳວ່າ “ເຂົ້າຈີ່” ແມ່ນຫມາຍເຖີງອາຫານທົ່ວໄປ. ອາດແປໄດ້ອີກ: "ເຈົ້າຈະກິນອາຫານ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]])
# ຈົນກວ່າເຈົ້າຄືນໄປສູ່ດິນ
"ຈົນກ່ວາທ່ານຈະຕາຍ ແລະ ຮ່າງກາຍຂອງທ່ານຈະຖືກວາງລົງໃນພື້ນດິນ." ໃນບາງວັດທະນະທຳ, ພວກເຂົາເອົາຊາກສົບຂອງຄົນທີ່ຕາຍໄປໃນຂຸມ. ການເຮັດວຽກຫນັກຂອງມະນຸດບໍ່ໄດ້ສິ້ນສຸດ ຈົນເຖິງມື້ທີ່ລາວຕາຍ ແລະ ຝັງ.
# ເຈົ້າເປັນຜົງຂີ້ດິນ, ແລະ ເຈົ້າຈະຄືນໄປເປັນ ຜົງຂີ້ດິນອີກ
"ເຮົາໄດ້ສ້າງເຈົ້າມາຈາກດິນ, ສະນັ້ນຮ່າງກາຍຂອງເຈົ້າຈະກາຍເປັນດິນອີກ." ແປທັງສອງເຫດການທີ່ເກີດຂື້ນຂອງ "ຂີ້ຝຸ່ນ" ດ້ວຍຄຳດຽວກັນເພື່ອສະແດງໃຫ້ເຫັນວ່າມະນຸດມີຈຸດເລີ່ມຕົ້ນ ແລະ ສິ້ນສຸດລົງໃນສະພາບດຽວກັນ.