lo_tn/gen/03/04.md

20 lines
2.7 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ເຈົ້າ....ພວກເຈົ້າ....ຂອງເຈົ້າ.....ເຈົ້າ
ປະໂຫຍກເຫລົ່ານີ້ຫມາຍເຖີງຜູ້ຊາຍ ແລະ ຜູ້ຍິງ ແລະ ດັ່ງນັ້ນຈຶ່ງເປັນສອງຄຳ ຫລື ຫລາຍ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-you]])
# ດວງຕາຂອງເຈົ້າຈະຖືກເປີດອອກ
"ດວງຕາຂອງເຈົ້າຈະເປີດອອກ." ສຳນວນນີ້ຫມາຍຄວາມວ່າ "ທ່ານຈະໄດ້ຮັບຮູ້ເຖິງສິ່ງຕ່າງໆ" ຫລື "ທ່ານຈະເຂົ້າໃຈສິ່ງໃຫມ່." ຄວາມຫມາຍນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດຈະແປໄດ້ອີກວ່າ: "ມັນຈະເປັນຄືກັບວ່າຕາຂອງທ່ານໄດ້ຖືກເປີດອອກ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-idiom]])
# ຮູ້ເຖິງຄວາມດີ ແລະ ຄວາມຊົ່ວ
ໃນຄໍານີ້ “ດີແລະຊົ່ວ” ເປັນຄຳເວົ້າຫມາຍເຖິງທັງສຸດຍອດ ແລະ ທຸກຢ່າງທີ່ຢູ່ໃນລະຫວ່າງ. ເບິ່ງວິທີທີ່ທ່ານແປ "ຄວາມຮູ້ກ່ຽວກັບຄວາມດີ ແລະ ຄວາມຊົ່ວ" ໃນຂໍ້ 2:9. ອາດຈະແປໄດ້ອີກວ່າ: "ຮູ້ທຸກສິ່ງທຸກຢ່າງ, ລວມທັງສິ່ງທີ່ດີ ແລະ ຄວາມຊົ່ວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-merism]])
# ມັນເປັນຕາຫນ້າເບິ່ງຫລາຍ
"ຕົ້ນໄມ້ເປັນຕາຫນ້າເບິ່ງຫລາຍ" ຫລື "ມັນງາມທີ່ຈະເບິ່ງ" ຫລື "ມັນງາມຫລາຍ"
# ແລະຕົ້ນໄມ້ນັ້ນກໍເປັນສິ່ງທີ່ຈະເຮັດໃຫ້ສະຫລາດຂຶ້ນ
"ແລະຕົ້ນໄມ້ນັ້ນກໍເປັນສິ່ງທີ່ຈະເຮັດໃຫ້ຄົນສະຫລາດຂຶ້ນ" ຫລື ແລະນາງຕ້ອງການກິນຫມາກໄມ້ນັ້ນ ເພາະຈະເຮັດໃຫ້ນາງມີຄວາມເຂົ້າໃຈສິ່ງທີ່ດີ ແລະ ຊົ່ວເຫມືອນກັນກັບພຣະເຈົ້າ"