lo_tn/gen/02/09.md

24 lines
1.9 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ຕົ້ນໄມ້ແຫ່ງຊີວິດ
"ຕົ້ນໄມ້ທີ່ໃຫ້ມະນຸດມີຊີວິດ"
# ຊີວິດ
ໃນນີ້ຫມາຍເຖີງ "ຊີວິດນິລັນດອນ" ຫລື ຊີວິດທີ່ບໍ່ມີວັນສິ້ນສຸດ.
# ຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຊົ່ວ
"ຕົ້ນໄມ້ທີ່ໃຫ້ຄົນມີຄວາມສາມາດເຂົ້າໃຈທັງຄວາມດີ ແລະຄວາມຊົ່ວ" ຫລື "ຕົ້ນໄມ້ທີ່ເຮັດໃຫ້ຄົນທີ່ກິນຫມາກຂອງມັນ ສາມາດຮູ້ສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ."
# ຄວາມດີ ແລະ ຊົ່ວ
ນີ້ແມ່ນຮູບແບບຂອງການເວົ້າເຊິ່ງຫມາຍເຖິງ ຄວາມດີເລີດປະເສີດ ແລະ ທຸກຢ່າງທີ່ຢູ່ໃນລະຫວ່າງນັ້ນ. ອາດແປໄດ້ອີກວ່າ: "ທຸກຢ່າງ, ລວມທັງສິ່ງດີ ແລະ ຊົ່ວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-merism]])
# ຢູ່ກາງສວນ
"ຢູ່ໃນກາງສວນ." ຕົ້ນໄມ້ສອງຕົ້ນນີ້ອາດຈະບໍ່ໄດ້ຕັ້ງຢູ່ເຄິ່ງກາງຂອງສວນກໍເປັນໄດ້.
# ມີແມ່ນ້ຳສາຍຫນຶ່ງໄຫລມາຈາກເອເດນ
ສວນນັ້ນຢູ່ໃນສວນເອເດນ. ແມ່ນໍ້າສືບຕໍ່ໄຫລອອກນອກສວນເອເດນ. ອາດແປໄດ້ອີກວ່າ: "ແມ່ນໍ້າໄຫລຜ່ານສວນເອເດນ ເພື່ອໃຫ້ຄວາມຊຸ່ມຊື່ນແກ່ສວນ."