lo_tn/jer/46/20.md

20 lines
2.7 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ເອຢິບເປັນເຫມືອນງົວສາວໂຕງາມ
ປະເທດເອຢິບຖືກປຽບທຽບກັບງົວສາວທີ່ສວຍງາມ. ມັນເປັນໄປໄດ້ວ່າການປຽບທຽບນີ້ຖືກສ້າງຂື້ນເພື່ອໃຫ້ເອຢີບເປັນຄູ່ຮ່ວມມືກັບພະເຈົ້າ - the Apis. ອາດແປໄດ້ອີກວ່າ: "ເອຢີບແມ່ນຄ້າຍຄືງົວໃຫຍ່ທີ່ງົດງາມຫລາຍ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ແມງທີ່ຕອດ
ນີ້ຫມາຍເຖິງກອງທັບຂອງປະເທດບາບີໂລນ. ແມງໄມ້ທີ່ຕອດມີການດືງດູດຈະເຮັດໃຫ້ມີບາດແຜທີ່ເຈັບແຕ່ຖ້າບໍ່ດັ່ງນັ້ນມັນຈະບໍ່ກໍ່ໃຫ້ເກີດອັນຕະລາຍແກ່ສັດ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ພວກທະຫານຮັບຈ້າງທີ່ຢູ່ທ່າມກາງນາງ ກໍເຫມືອນລູກງົວທີ່ໄດ້ຜູກໄວ້
ຜູ້ຂຽນປຽບທຽບທະຫານກັບ "ງົວທີ່ອ້ວນພີ" ເພາະວ່າທະຫານເຫລົ່ານີ້ໄດ້ຮັບການເບິ່ງແຍງ ແລະ ກຽມພ້ອມທີ່ຈະຂ້າ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]])
# ແຕ່ພວກເຂົາຖອຍຫລັງກັບ ແລະຫນີໄປນຳກັນ
ຜູ້ຂຽນເວົ້າວ່າພວກທະຫານຈະບໍ່ສູ້ເປັນເປັກປຶກແຜ່ນ ແຕ່ຈະແລ່ນຫນີໂດຍຄິດພຽງແຕ່ເອົາຊີວິດຂອງຕົນເອງລອດ.
# ເອຢິບເຮັດສຽງເຫມືອນງູທີ່ກຳລັງເລືອອອກໄປ
ຜູ້ຂຽນເວົ້າວ່າປະເທດເອຢີບແມ່ນຄືກັບງູ ເຊິ່ງບໍ່ສາມາດເຮັດຫຍັງໄດ້ນອກຈາກສົ່ງສຽງຂົ່ມຂູ່ ແລະ ເລື້ອຍຫນີໄປດ້ວຍຄວາມຢ້ານກົວເມື່ອຊ່າງຕັດໄມ້ລົບກວນຮັງຂອງພວກມັນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]])