lo_tn/isa/27/09.md

24 lines
3.8 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ສະນັ້ນໃນການເຮັດເຊັ່ນນີ້
ຄວາມຫມາຍທີ່ອາດເປັນໄປໄດ້ 1) "ເຊັ່ນນີ້" ຫມາຍເຖິງພຣະຢາເວສົ່ງປະຊາຊົນໄປໃນການເນລະເທດ ໃນຂະນະທີ່ເອຊາຢາໄດ້ກ່າວເຖິງໃນຂໍ້ພຣະຄຳພີທີ່ຜ່ານມາ ຫລື 2) "ເຊັ່ນນີ້" ຫມາຍເຖິງການກະທຳຂອງເອຊາຢາຈະອ້າງເຖິງໃນສ່ວນຕໍ່ໄປຂອງຂໍ້ 9.
# ຄວາມຊົ່ວຮ້າຍຂອງຢາໂຄບຈະຖືກລົບລ້າງອອກໄປ
ປະໂຫຍກນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວຈະກຳຈັດຄວາມບາບອອກຈາກຊາວອິດສະຣາເອນ" ຫລື "ພຣະຢາເວຈະໃຫ້ອາໄພຄວາມບາບຂອງຊາວອິດສະຣາເອນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]])
# ຄວາມຊົ່ວຮ້າຍຂອງຢາໂຄບ ... ໃນການກຳຈັດຄວາມບາບຂອງເຂົາອອກໄປ
ຄຳວ່າ "ຢາໂຄບ" ເປັນຕົວແທນເຖິງເຊື້ອສາຍຂອງຢາໂຄບ. ອາດແປໄດ້ອີກວ່າ: "ຄວາມຊົ່ວຮ້າຍຂອງຊາວອິດສະຣາເອນ ... ກຳຈັດຄວາມບາບຂອງພວກເຂົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])
# ເພາະນີ້ຈະເປັນ
ຄຳວ່າ "ນີ້" ຫມາຍເຖິງການກະທຳຂອງເອຊາຢາຈະບັນຍາຍຕໍ່ໄປໃນຂໍ້ 9.
# ຜົນຢ່າງເຕັມທີ່ໃນ
ການເວົ້ານີ້ກ່ຽວກັບຜົນຂອງການກະທຳເຫມືອນກັບວ່າຜົນລະປູກທີ່ໃຫຍ່ຂຶ້ນເຫມືອນກັບຢູ່ເທິງຕົ້ນໄມ້ຫລືເຄືອອະງຸ່ນ. ອາດແປໄດ້ອີກວ່າ: "ຜົນທີ່ໄດ້ຮັບ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ເຂົາຈະເຮັດໃຫ້ຫິນຂອງແທ່ນບູຊາທັງຫມົດເປັນເຫມືອນຫິນປູນແລະທຸບໃຫ້ແຕກເປັນຕ່ອນໆ ແລະ ບໍ່ມີເສົາອາເຊຣາຫລືແທ່ນເຜົາເຄື່ອງຫອມຍັງຄົງຕັ້ງຢູ່ເລີຍ
ຄຳວ່າ "ເຂົາ" ເປັນຕົວແທນເຖິງຢາໂຄບຜູ້ທີ່ເປັນຕົວແທນເຖິງເຊື້ອສາຍຂອງລາວ. ອາດແປໄດ້ອີກວ່າ: "ພວກເຂົາຈະທຳລາຍແທ່ນບູຊາທັງຫມົດຢ່າງຫມົດສິ້ນ ຊຶ່ງເປັນບ່ອນທີ່ພວກເຂົາຖວາຍບູຊາແກ່ພະເຈົ້າປອມ, ແລະ ພວກເຂົາຈະຍ້າຍຮູບເຄົາລົບອາເຊຣາທັງຫມົດ ແລະ ເທິງແທ່ນບູຊາເປັນບ່ອນທີ່ພວກເຂົາໄດ້ເຜົ່າເຄື່ອງຫອມບູຊາແກ່ພວກພະເຈົ້າປອມ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])