lo_tn/isa/19/13.md

48 lines
6.9 KiB
Markdown
Raw Normal View History

2021-06-16 18:29:23 +00:00
# ພວກເຂົາໄດ້ເຮັດໃຫ້ເອຢິບຫລົງທາງໄປ, ຜູ້ທີ່ເປັນເສົາຫລັກຂອງບັນດາເຜົ່າຕ່າງໆ
ພວກເຈົ້າຊາຍຂອງໂຊອານ ແລະ ມຳຟິດ ຖືກເວົ້າເຫມືອນກັບວ່າ ພວກເຂົາເປັນຫີນເສົາເອກຂອງຕົວຕືກ ເພາະວ່າພວກເຂົາເປັນສ່ວນສຳຄົນຂອງຊຸມຊົນ. ອາດແປໄດ້ອີກວ່າ: "ພວກຜູ້ນຳໄດ້ເຮັດໃຫ້ເອຢິບຫລົງທາງໄປ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ພວກເຈົ້ານາຍຂອງເມືອງໂຊອານ
ໂຊອານເປັນເມືອງທາງເຫນືອຂອງເອຢິບ. ເບິ່ງການແປນີ້ເພີ່ມເຕີມໃນ 19:11.
# ມຳຟິດ
ນີ້ເປັນເມືອງ ໃນພາກເຫນືອຂອງເອຢິບ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-names]])
# ໄດ້ເຮັດໃຫ້ເອຢິບຫລົງທາງໄປ
ຄຳວ່າ "ເອຢິບ" ເປັນຕົວແທນເຖິງປະຊາຊົນເອຢິບ. ຫລົງທາງໄປ ເປັນຕົວແທນເຖິງການເຮັດສິ່ງທີ່ຜິດ. ອາດແປໄດ້ອີກວ່າ: "ເຮັດໃຫ້ປະຊາຊົນເອຢິບຫລົງທາງໄປ" ຫລື "ເຮັດໃຫ້ປະຊາຊົນເອຢິບເຮັດໃນສິ່ງທີ່ຜິດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-metaphor]])
# ພຣະຢາເວໄດ້ຊົງປະປົນວິນຍານແຫ່ງການບິດເບືອນລົງໄປໃນທ່າມກາງຊົນຊາດນັ້ນ
ເອຊາຢາເວົ້າກ່ຽວການພິພາກສາຂອງພຣະຢາເວ ເຫມືອນກັບວ່າ ເອຢິບເປັນຈອກເຫລົ່າອະງຸ່ນ. ລາວເວົ້າເຫມືອນກັບວ່າ ພຣະຢາເວເປັນເຫດໃຫ້ຄວາມຄິດຂອງພວກຜູ້ນຳບິດເບືອນໄປ ຖືກເວົ້າເຫມືອນກັບວ່າ ຄວາມຄິດບິດເບືອນຂອງພວກເຂົາ ເປັນຂອງເຫລວທີ່ພຣະຢາເວປະສົມກັບເຫລົ້າອະງຸ່ນ. ອາດແປໄດ້ອີກວ່າ: "ພຣະຢາເວຈະຕັດສິນພວກເຂົາ ໂດຍຄວາມຄິດບິດເບືອນຂອງພວກເຂົາ" ຫລື "ພຣະຢາເວຈະຕັດສິນເອຢິບ ໂດຍຄວາມຄິດບິດເບືອນຂອງຜູ້ນຳ, ເຫມືອນເຄື່ອງດື່ມເສບຕິດ ທີ່ເຮັດໃຫ້ຄວາມຄິດຂອງຄົນສັບສົນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ການບິດເບືອນ
"ບໍ່ຖືກຕ້ອງ" ຫລື "ຄວາມສັບສົນ"
# ທ່າມກາງຊົນຊາດນັ້ນ
ຄຳວ່າ "ຂອງນາງ" ຫມາຍເຖິງເອຢິບ. ຊົນຊາດບາງເທື່ອຖືກເວົ້າວ່າ ພວກເຂົາເປັນພວກຜູ້ຍິງ. ອາດແປໄດ້ອີກວ່າ: "ພາຍໃນເອຢິບ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-personification]])
# ພວກເຂົາໄດ້ນຳເອຢິບໃຫ້ຫລົງທາງໄປ
ຄຳວ່າ "ພວກເຂົາ" ຫມາຍເຖິງພວກຜູ້ນຳບັນຍາຍໃນຂໍ້ທີ່ຜ່ານມາ. ຄຳວ່າ "ເອຢິບ" ເປັນຕົວແທນເຖິງປະຊາຊົນເອຢິບ. ອາດແປໄດ້ອີກວ່າ: "ພວກເຈົ້າຊາຍໄດ້ນຳປະຊາຊົນເອຢິບໃຫ້ຫລົງທາງໄປ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]])
# ໄດ້ນຳເອຢິບໃຫ້ຫລົງທາງໄປ
ການນຳປະຊາຊົນໃຫ້ຫລົງໄປເປັນຕົວແທນເຖິງການມີອິດທິພົນເຮັດໃຫ້ພວກເຂົາເຮັດໃນສິ່ງທີ່ຜິດ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])
# ເຫມືອນກັບຄົນເມົາທີ່ໂຊເຊຢູ່ໃນຮາກຂອງເຂົາ
ເອຊາຢາເວົ້າກ່ຽວກັບປະຊາຊົນເອຢິບເຮັດສິ່ງທີ່ຜິດເຫມືອນກັບວ່າພກວເຂົາກຳລັງຍ່າງໂຊເຊ ເຫມືອນກັບຄົນເມົາເຫລົ້າ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-simile]])
# ບໍ່ວ່າຈະເປັນຫົວ ຫລື ຫາງ
ຄຳວ່າ "ຫົວ" ເປັນພາກສ່ວນຮ່າງກາຍຂອງສັດທີຄົນຢາກເປັນ, ເປັນຕົວແທນເຖິງຜູ້ນຳ. "ຫາງ" ເປັນການກົງກັນຂ້າມ ແລະ ເປັນຕົວແທນເຖິງປະຊາຊົນຜູ້ທີ່ຕາມມາ. ອາດແປໄດ້ອີກວ່າ: "ບໍ່ວ່າຈະເປັນຜູ້ນຳ ຫລື ຜູ້ຕາມ"
# ກິ່ງຕົ້ນປາມ ຫລື ຕົ້ນກົກ
"ກິ່ງຕົ້ນປາມ" ໃຫຍ່ຂຶ້ນສູງເທິງຕົ້ນໄມ້ ແລະ ເປັນຕົວແທນຂອງ ປະຊາຊົນຜູ້ທີ່ຮັ່ງມີ ແລະ ສຳຄັນ. "ຕົ້ນກົກ" ໃຫຍ່ໃນຢູ່ໃນນໍ້າຕື້ນ ແລະເປັນຕົວແທນເຖິງປະຊາຊົນ ຜູ້ທີ່ຍາກຈົນ ແລະ ບໍ່ສຳຄັນ. ເບິ່ງວິທີການແປສຳນວນທີ່ຄ້າຍຄືກັນໃນ 9:13. ອາດແປໄດ້ອີກວ່າ: "ບໍ່ວ່າພວກເຂົາເປັນຄົນສຳຄັນ ຫລື ບໍ່ສຳຄັນ" ຫລື "ບໍ່ວ່າຄົນຮັ່ງມີ ຫລື ຄົນຍາກຈົນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])