28 lines
2.8 KiB
Markdown
28 lines
2.8 KiB
Markdown
|
# ເປັນເຄື່ອງຖວາຍບູຊາດ້ວຍໄຟ
|
||
|
|
||
|
ນີ້ສາມາດຖືກລະບຸໄວ້ໃນຮູບແບບການກະທຳ. ອາດຈະແປໄດ້ອີກວ່າ: "ເປັນເຄື່ອງເຜົາຖວາຍບູຊາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]])
|
||
|
|
||
|
# ໄຂມັນ, ແລະ ຫາງທີ່ມີໄຂທັງຫມົດ... ຫມາກໄຂ່ຫລັງ—ຂົາຈະຕ້ອງເອົາທັງຫມົດນີ້ອອກ
|
||
|
|
||
|
ຄຳຖະແຫລງທີ່ວ່າ "ລາວຈະກຳຈັດທຸກສິ່ງນີ້" ສາມາດຖືກວາງໄວ້ໃນຕອນຕົ້ນຂອງປະໂຫຍກ. ອາດຈະແປໄດ້ອີກວ່າ: "ລາວຈະກຳຈັດໄຂມັນ, ໄຂມັນທັງຫມົດ ... ຫມາກໄຂ່ຫລັງ"
|
||
|
|
||
|
# ເຄື່ອງໃນ
|
||
|
|
||
|
ນີ້ແມ່ນກະເພາະອາຫານ ແລະ ລຳໄສ້.
|
||
|
|
||
|
# ທີ່ໃກ້ກັບເຄື່ອງໃນ, ແລະ ຫມາກໄຂ່ຫລັງທັງສອງຂ້າງ
|
||
|
|
||
|
ປະໂຫຍກໃຫມ່ສາມາດເລີ່ມຕົ້ນໄດ້ທີ່ນີ້. ອາດຈະແປໄດ້ອີກວ່າ: "ນັ້ນແມ່ນຢູ່ໃກ້ພາກສ່ວນຕ່າງໆ. ລາວຕ້ອງເອົາຫມາກໄຂ່ຫລັງອອກ"
|
||
|
|
||
|
# ທີ່ບັ້ນແອວ
|
||
|
|
||
|
ນີ້ແມ່ນສ່ວນຫນຶ່ງຂອງຮ່າງກາຍຢູ່ສອງຂ້າງຂອງກະດູກສັນຫລັງລະຫວ່າງກະດູກຂ້າງ ແລະ ສະໂພກ.
|
||
|
|
||
|
# ຕັບທັງກ້ອນ
|
||
|
|
||
|
ນີ້ແມ່ນສ່ວນໂຄ້ງ ຫລື ກ້ອນຂອງຕັບ. ນີ້ຖືວ່າເປັນສ່ວນທີ່ດີທີ່ສຸດຂອງຕັບໃນການກິນ. ອາດຈະແປໄດ້ອີກວ່າ: "ສ່ວນທີ່ດີທີ່ສຸດຂອງຕັບ"
|
||
|
|
||
|
# ຈະເຜົາທັງຫມົດນີ້ເທິງແທ່ນບູຊາໃຫ້ເປັນອາຫານເຜົາດ້ວຍໄຟຖວາຍແດ່ພຣະຢາເວ
|
||
|
|
||
|
ແປເລື່ອງນີ້ໃນທາງທີ່ເຮັດໃຫ້ມັນຊັດເຈນວ່າພຣະຢາເວ ບໍ່ໄດ້ກິນອາຫານຢ່າງແທ້ຈິງ. ອາດຈະແປໄດ້ອີກວ່າ: "ຈະເຜົາສິ່ງເຫລົ່ານັ້ນໃສ່ແທ່ນບູຊາເປັນເຄື່ອງຖວາຍບູຊາແກ່ພຣະຢາເວ. ສິ່ງເຫລົ່ານັ້ນຈະມາຈາກສະບຽງອາຫານຂອງທ່ານ"
|